ປີແຫ່ງຄວາມປອດໄພຄົມມະນາຄົມ 2015 : ຊີວິດອີນຊີຂອງມະນຸດແມ່ນສຳຄັນກວ່າໝູ່

 ປີແຫ່ງຄວາມປອດໄພຄົມມະນາຄົມ 2015  : ຊີວິດອີນຊີຂອງມະນຸດແມ່ນສຳຄັນກວ່າໝູ່ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ປະ​ທານ​ຄະ​ນະ​ກຳ​ມະ​ການ​ຄວາມ​ປອດ​ໄພ​ຄົມ​ມະ​ນາ​ຄົມ​ແຫ່ງ​ຊາດກ່າວ​ຄຳ​ເຫັນ​ສະຫຼຸບກອງ​ປະ​ຊຸມ

(vovworld)- ປີ 2015, ຄະ​ນະ​ກຳ​ມະ​ການ​ຄວາມ​ປອດ​ໄພ​ຄົມ​ມະ​ນາ​ຄົມ​ແຫ່ງ​ຊາດ​ໄດ້​ເລືອກ​ເອົາ​ຫົວ​ເລື່ອງ​ຂອງປີ​ແຫ່ງ​ຄວາມປອດ​ໄພ​ຄົມ​ມະ​ນາ​ຄົມ​ແຫ່ງ​ຊາດ​ວ່າ : “ ເພີ່ມ​ທະ​ວີ​ວຽກ​ງານ​ຄຸ້ມ​ຄອງ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ​ຂົນ​ສົ່ງ ແລະ ຄວບ​ຄຸ​ມນ້ຳ​ໜັກ​ຂອງ​ຍານ​ພາ​ຫະ​ນ​ະ”. ນີ້​ແມ່ນ​ເນື້ອ​ໃນ​ວຽກ​ງານ​ທີ່​ສຳ​ຄັນ​ໃນ​ປີ 2015 ໂດຍ​ຄະ​ນະ​ກຳ​ມະ​ການ​ຄວາມ​ປອດ​ໄພ​ຄົມ​ມະ​ນາ​ຄົມ​ແຫ່ງ​ຊາດ​ໄດ້ຊີ້​ແຈ້ງ​ໃນ​ກອງ​ປະ​ຊຸ​ມ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ເນັດທົ່ວ​ປະ​ເທດ​ຊຶ່ງ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 13/1 ຢູ່ຮ່າ​ໂນ້ຍ. ທ່ານ ດິງ​ລາ​ທັງ ລັດ​ຖະ​ມົນຕີວ່າ​ການ​ກະ​ຊວງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ ຖື​ວ່າ :

   “ ໃນ​ໄລ​ຍະ​ທີ່​ຈະ​ເຖິງ, ບັນ​ດາ​ທ້ອງ​ຖິ່ນ​ຄວນ​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ລາດ​ຕະ​ເວນ, ຄວບ​ຄຸມ ແລະ ປັບ​ໄໝ​ລົງ​ໂທດບັນ​ດາ​ການ​ກະ​ທຳ​ລະ​ເມີດ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ຄວາມ​ປອດ​ໄພ​ຄົມ​ມະ​ນາ​ຄົມ​. ເພີ່ມ​ທະ​ວີ​ການກວດ​ຍານ​ພາ​ຫະ​ນະ, ປັບ​ໄໝ​ລົງ​ໂທດ​ບັນ​ດາ​ການ​ກະ​ທຳ​ລະ​ເມີດ​ກົດ​ຈໍ​ລະ​ຈອນ​ຂອງ​ລົດ​ບັນ​ທຸກ​ຜູ້​ໂດຍ​ສານ, ລົດ​ຂົນ​ສົ່ງ​ເກີນ​ນ້ຳ​ໜັກ, ຂອງ​ຜູ້​ຂັບ​ລົດ​ຈັກ. ພ້ອມ​ທັງ ປ່ຽນ​ໃໝ່ ແລະ ຍົກ​ສູງ​ປະ​ສີດ​ທິ​ຜົນ​ວຽກ​ງານ​ໂຄ​ສະ​ນາ​ເຜີຍ​ແຜ່, ສຶກ​ສາ​ອົບ​ຮົມ​ດ້ານ​ກົດ​ໝາຍ​ກ່ຽວ​ກັບ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ຄວາມ​ປອດ​ໄພ​ຄົມ​ມະ​ນາ​ຄົມ​ໃຫ້​ແກ່​ທຸກ​ເປົ້າ​ໝາຍ​ເຂົ້າ​ຮ່ວມ​ການ​ສັນ​ຈອນ​ໄປ​ມາ”

    ກ່າວ​ຄຳ​ເຫັນ​ສະຫຼຸບກອງ​ປະ​ຊຸມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ປະ​ທານ​ຄະ​ນະ​ກຳ​ມະ​ການ​ຄວາມ​ປອດ​ໄພ​ຄົມ​ມະ​ນາ​ຄົມ​ແຫ່ງ​ຊາດ​ ໄດ້​ສະ​ເໜີ​ບັນ​ດາ​ທ້ອງ​ຖິ່ນ ຈົ່ງປະ​ຕິ​ບັດຫົວ​ເລື່ອງ ປີ​ແຫ່ງ​ຄວາມປອດ​ໄພ​ຄົມ​ມະ​ນາ​ຄົມ​ແຫ່ງ​ຊາດ​ 2015; ພ້ອມ​ກັນ​ນັ້ນ ກໍ​ປະ​ກາດ​ໃຊ້​ບັນ​ດາ​ເອ​ກະ​ສານ​ນິ​ຕິ​ກຳ​ກ່ຽວ​ກັບ ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ຄວາມ​ປອດ​ໄພ​ຄົມ​ມະ​ນາ​ຄົມ​.

ຂ່າວ/ບົດ​ອື່ນ