ຜູ້ຊ່ຽວຊານອາເມລິກາຕີລາຄາສູງກຳລັງຄວາມສາມາດຄຸ້ມຄອງຂອງລັດຖະບານຫວຽດນາມໃນຂົງເຂດສາທາລະນະສຸກ

 ຜູ້ຊ່ຽວຊານອາເມລິກາຕີລາຄາສູງກຳລັງຄວາມສາມາດຄຸ້ມຄອງຂອງລັດຖະບານຫວຽດນາມໃນຂົງເຂດສາທາລະນະສຸກ - ảnh 1
ພາບ​ປະ​ກອບ:

(vovworld)- ສະ​ຖາ​ບັນ Brookings ອາ​ເມ​ລິ​ກາ ຈັດ​ຕັ້ງ​ພິ​ທີ​ປະ​ກາດ​ກ່ຽວ​ກັບ​ກຳ​ລັງ​ຄວາມ​ສາ​ມາດ​ຄຸ້ມ​ຄອງ​ສາ​ທາ​ລະ​ນະ​ສຸກ - ສຸ​ຂະ​ພາບ, ຊຸກ​ຍູ້​ການ​ລົງ​ທຶນ​ພາກ​ເອ​ກະ​ຊົນ​ໃນ​ຂົງ​ເຂດ​​ການຄົ້ນ​ຄ້​ວາ ແລະ ພັດ​ທະ​ນາ​ສາ​ທາ​ລະ​ນະ​ສຸກ. ທ່ານ ຟ້າມກວາງວີງ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ອາ​ເມ​ລິ​ກາ ໄດ້​ເຂົ້າ​ຮ່ວມ ແລະ ເປັນ​ປະ​ທາ​ນ​ຮ່ວມ​ພິ​ທີ​ປະ​ກາດ​ພ້ອມ​ກັບ​ການ​ນຳ​ຂອງ​ສະ​ຖາ​ບັນ Brookings ແລະ ບັນ​ດາ​ຜູ້​ຊ່ຽວ​ຊານ ອາ​ເມ​ລິ​ກາ. ໃນ​ບົດ​ປະ​ກອບ​ຄຳ​ເຫັນ​ຂອງ​ຕົນ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຟ້າມກວາງວີງ ໄດ້​ຢືນ​ຢັນ​ ຖື​ການ​ຄົ້ນ​ຄ້​ວາ​ຂອງ​ສະ​ຖາ​ບັນ Brookings ເປັນ​ສຳ​ຄັນ ລະ ເນັ້ນ​ຫ​ນັກ​ເຖິງ​ບົດ​ຮຽນ​ຂອງ​ຫວຽດ​ນາມ ນັ້ນ​ແມ່ນ: ຖື​ວຽກ​ງານ​ເບິ່ງ​ແຍງ​ດູ​ແລ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ​ແມ່ນ​ການ​ບຸ​ລິ​ມະ​ສິດ​ຕົ້ນ​ຕໍ​ໃນ​ນະ​ໂຍ​ບາຍ​ຂອງ​ຊາດ; ປະ​ຕິ​ບັດ​ວຽກ​ງານ​ການ​ສຶກ​ສາ, ສາ​ທາ​ລະ​ນະ​ສຸກວົງ​ຄະ​ນາ​ຍາດ, ຮ່ວມ​ມື​ສາ​ກົນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໃນ​ຂົງ​ເຂດ​ເບິ່ງ​ແຍງ​ດູ​ແລ​ສ​ຸ​ຂະ​ພາບ. ທ່າ​ນ ຟ້າມກວາງວີງ ເນັ້ນ​ຫ​ນັກ​ວ່າ: ຫວຽດ​ນາມ ມີ​ແຜນ​ນະ​ໂຍ​ບາຍ​ສະ​ຫ​ນັບ​ສະ​ຫ​ນູນ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ​ກວ່າ​ອີກ, ໃນ​ນັ້ນ ມີ​ການ​ຮ່ວມ​ມື​ກັບ​ລັດ​ຖະ​ບານ ແລະ ບັນ​ດາ​ພາກ​ເອ​ກະ​ຊົນ​ຂອງ​ອາ​ເມ​ລິ​ກາ ເພື່ອ​ເປີດກວ້າງ​ກຳ​ລັງ​ຄວາມ​ສາ​ມາດ​​ຄຸ້ມ​ຄອງ​ເບິ່ງ​ແຍງ​ດູ​ແລ​ສຸ​ຂະ​ພາ​ບ​ວົງ​ຄະ​ນາ​ຍາດ. ຫວຽດ​ນາມ ສືບ​ຕໍ່​ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ, ສ້າງ​ຄວາມ​ສະ​ດວກກວ່າ​ອີກ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ, ໃນ​ນັ້ນ ມີ​ຂົງ​ເຂດ​ສາ​ທາ​ລະ​ນະ​ສຸກ.


ຕອບກັບ

ຂ່າວ/ບົດ​ອື່ນ