ຜູ້ຕາງໜ້າພິເສດຂອງທ່ານເລຂາທິການໃຫຍ່ຫງວຽນຟູ້ຈ້ອງຢ້ຽມຢາມກຳປູເຈຍ

 ຜູ້ຕາງໜ້າພິເສດຂອງທ່ານເລຂາທິການໃຫຍ່ຫງວຽນຟູ້ຈ້ອງຢ້ຽມຢາມກຳປູເຈຍ - ảnh 1
​ທ່ານປະ​ທານ​ພັກ​ປະ​ຊາ​ຊົນ​ກຳ​ປູ​ເຈຍ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ​ຮຸ​ນແຊນຕ້ອນ​ຮັບທ່ານ​ຮ່​ວາງ​ບິງກວນ ຜູ້​ຕາງ​ໜ້າ​ພິ​ເສດ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດ​ຫວຽດ​ນາມ  ຫງວຽນ​ຟູ້​ຈ້​ອງ


(vovworld)- ໃນ​ວັນ​ທີ 23 ແລະ 24/2, ຢູ່​ພະ​ນົມ​ເປັນ, ທ່ານ​ຮ່​ວາງ​ບິງກວນ ກຳ​ມະ​ການ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ, ຜູ້​ຕາງ​ໜ້າ​ພິ​ເສດ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດ​ຫວຽດ​ນາມ  ຫງວຽນ​ຟູ້​ຈ້​ອງ ໄດ້​ໄປ​ຢ້ຽມ​ຢາມ ແລະ ແຈ້ງ​ໝາກ​ຜົນ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງພັກ​ກອ​ມມູ​ນິດ​ຫວຽດ​ນາມ​ໃຫ້​ບັນ​ດາ​ການ​ນຳ​ກຳ​ປູ​ເຈຍ​ຮັບ​ຊາບ. ທີ່​ບັນ​ດາ​ການ​ພົບ​ປະ​ກັບ​ກັບ​ທ່ານປະ​ທານ​ພັກ​ປະ​ຊາ​ຊົນ​ກຳ​ປູ​ເຈຍ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ​ຮຸ​ນແຊນ, ປະ​ທານ​ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ ເຮັງ​ຊອມ​ຣິງນັ້ນ, ທ່ານ​ຮ່​ວາງ​ບິງກວນ ກຳ​ມະ​ການ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ, ຜູ້​ຕາງ​ໜ້າ​ພິ​ເສດ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດ​ຫວຽດ​ນາມ  ຫງວຽນ​ຟູ້​ຈ້​ອງ ໄກ້​ຢື​ນ​ຢັນ​ວ່າ ຫວຽດ​ນາມ​ສືບ​ຕໍ່​ປະ​ຕິ​ບັດ​​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍແນວ​ທາງ​ການ​ຕ່າງ​ປະ​ເທດ​ເປັນ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ ແລະ ຕັ້ງ​ໜ້າ​ເຊື່ອມໂຍງ​ເຂົ້າ​ກັບ​ສາ​ກົນ ແລະ ຢື​ນ​ຢັນ​ວ່າ ຫວຽດ​ນາມ​ຖື​ເປັນ​ສຳ​ຄັນ ແລະ ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ພ້ອມ​ກັບ​ກຳ​ປູ​ເຈຍ ເພີ່ມ​ພຸນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ຫວຽດ​ນາມ- ກຳ​ປູ​ເຈຍ ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ 2 ປະ​ເທດ ແລະ ສະ​ຖຽນ​ລະ​ພາບ, ການ​ພັດ​ທະ​ນາ​ໃນ​ພາກ​ພື້ນ ແລະ ໃນ​ໂລກ.

    ສ່ວນ​ທ່ານປະ​ທານ​ພັກ​ປະ​ຊາ​ຊົນ​ກຳ​ປູ​ເຈຍ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ​ຮຸ​ນແຊນ ແລະ ທ່ານປະ​ທານ​ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ ເຮັງ​ຊອມ​ຣິງ ໄດ້​ຊົມ​ເຊີຍ​ຜົນ​ສຳ​ເ​ລັດ​ອັນ​ຈົບ​ງາມ​ຂອງ ກອງ​ປະ​ຊຸມ​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງພັກ​ກອ​ມມູ​ນິດ​ຫວຽດ​ນາມ​ ແລະ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ໂດຍ​ພາຍ​ໃຕ້​ການ​ນຳ​ພາ​ຂອງ ພັກ​ກອ​ມູ​ນິດ​ຫວຽດ​ນາມ, ປະ​ຊາ​ຊົນ​ຫວຽດ​ນາມ​ຈະ​ປະ​ຕິ​ບັດ​ມະ​ຕິ ກອງ​ປະ​ຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງພັກ​ກອ​ມມູ​ນິດ​ຫວຽດ​ນາມ​​ຢ່າງ​ມີ​ໄຊ, ສ້າງ​ສາ​ຫວຽດ​ນາມ​ກາຍ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ​ຕາມ​ທິດ​ທັນ​ສະ​ໄໝ​ໂດຍ​ໄວ.
ຂ່າວ/ບົດ​ອື່ນ