ຜັນຂະຫຍາຍ “ປີຊາວໜຸ່ມ ອາສາສະໝັກ” 2014

ຜັນຂະຫຍາຍ “ປີຊາວໜຸ່ມ ອາສາສະໝັກ” 2014 - ảnh 1
(ພາບປະກອບ)

(vovworld) - ປີ 2014 ​ໄດ້​ຂັດເລືອກ​​​ເປັນ​ປີ​ຊາວ​ໜຸ່ມ​ອາສາ​ສະໝັກ, ຄະນະ​ເລຂາ​ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ​​ໂຮ່ຈິ​ມິນ. ​ໃນ​ເດືອນ 01/2014 ນີ້, ຄະນະ​ປະຈຳ​ບັນດາ​ແຂວງ, ຄະນະ​ຊາວ​ໜຸ່ມນະຄອນ, ຄະນະຊາວ​ໜຸ່ມສັງກັດ ຈະ​ຈັດ​ຕັ້ງ​ພິທີ​ເລີ່​ມ​ເຄື່ອນ​ໄຫວ ​ແລະ ບັນດາ​ການ​ເຄື່ອນ​ໄຫວ “ປີ​ຊາວ​ໜຸ່ມ​ອາສາ​ສະໝັກ 2014” ​ເປັນ​ຢ່າງ​ດີ ຮັບປະກັນ​ລັກສະ​ນະ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ.

        ດ້ວຍ​ຈຸດໝາຍເສີມ​ຂະຫຍາຍ​ບົດບາດ​ປະຈັນບານ, ອາສາ​ສະໝັກ​ຂອງ​ຊາວ​ໜຸ່ມ ທີ່​ເຂົ້າ​ຮ່ວມ​ການ​ພັດທະນາ​ເສດຖະກິດ, ສັງຄົມ, ລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ຮັບປະກັນ​ຊີວິດ​ສັງຄົມ, ກໍ່ສ້າງ​ຊົນນະບົດ​ໃໝ່, ຄວາມ​ສີວິ​ໄລ​ໃນ​ຕົວ​ເມືອງ; ປະກອບສ່ວນ​ຮັບປະກັນ​ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ຄະນະ​ເລຂາ​ສູນ​ກາງ​ຊາວ​ໜຸ່ມ ຮຽກ​ຮ້ອງ​ຈັດ​ຕັ້ງ​ພິທີ​ເລີ່​ມ​ເຄື່ອນ​ໄຫວຕິດ​ພັນ​ກັບ​ການ​ເຄື່ອນ​ໄຫ​ວ​ແທດ​ຈິງ. ​ຕາມ​ນັ້ນ​ແລ້ວ, ສຳລັບ​ບັ້ນ​ຂົນຂວາຍ “​ໄວ​ໜຸ່ມ​ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່ສ້າງ​ຊົນນະ​ບົດ​ໃໝ່”, ຂົນ​ຂວາ​ຍ​ ແລະ ຈັດ​ຕັ້ງໃຫ້​ສະມາຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ​ປະຕິບັດ​ບັນດາ​ກິດຈະກຳ, ວຽກ​ງານ​ທີ່​ຊາວ​ໜຸ່ມ​ອາສາ​ສະໝັກ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ປະຕິບັດ​ຂະ​ບວນການ “ປະຈັນບານ, ອາສາ​ສະໝັກ ຮັບປະກັນ​ຊີວິດ​ສັງຄົມ”, ຊາວ​ໜຸ່ມ​ທຸກ​ຂັ້ນຈັດ​ຕັ້ງ​ໃຫ້​ຊາວ​ໜຸ່ມ​​ເຂົ້າ​ຮ່ວມ​ການບໍລິຈາກ​ເລືອດ; ​ໃຫ້​ຄຳປຶກສາ, ​ແນະນຳ​ວິຊາ​ຊີບ, ​ໂຄສະນາ​ວຽກ​​ງານ​ໃຫ້​​ແກ່ຊາວ​ໜຸ່ມ.

ຂ່າວ/ບົດ​ອື່ນ