ຜັນຂະຫຍາຍ ໂຄງການດຳເນີນງານຂອງລັດຖະບານ ກ່ຽວກັບຖະແຫລງຂ່າວຕ່າງປະເທດໄລຍະ2013-2020

ຜັນຂະຫຍາຍ  ໂຄງການດຳເນີນງານຂອງລັດຖະບານ  ກ່ຽວກັບຖະແຫລງຂ່າວຕ່າງປະເທດໄລຍະ2013-2020 - ảnh 1
ທ່ານ​ຫງວຽນ​ບັກ​ຊອນກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ

(ພາບ:vov.vn)

(vovworld)-  ​ຕອນ​ເຊົ້າວັນ​ທີ 26/6, ຢູ່​ຮ່າ​ໂນ້ຍ, ກະຊວງຖະ​ແຫລ​ງຂ່າວ ​ແລະ ສື່ສານ​ຫວຽດນາມ ​ໄດ້​ຈັດ​ກອງ​ປະຊຸມຜັນ​ຂະຫຍາຍ​ໂຄງການ​ດຳ​ເນີນ​ງານ​ຂອງ​ລັດຖະບານກ່ຽວ​ກັບ​ຖະ​ແຫລ​ງຂ່າວຕ່າງປະ​ເທດ​ໄລຍະ 2013-2020 ຊື່​ງມີ​ບັນດາ​ຈຸດໝາຍ​ຄື: ສ້າງ​ການ​ຫັນປ່ຽນ​ອັນ​ເປັນ​ພື້ນຖານ​ໃນ​ວຽກ​ງານ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ວຽກ​ງານຖະ​ແຫລ​ງຂ່າວ​ຕ່າງປະ​ເທດ ​ແລະ ການ​ເຄື່ອນ​ໄຫວຖະ​ແຫລ​ງຂ່າວ​ຕ່າງປະ​ເທດ; ​ເພີ່ມ​ທະວີ​ການ​ປະສານ​ສົມທົບ​ກັນ​ໃນ​ວຽກ​ງານຖະ​ແຫລ​ງຂ່າວ​ຕ່າງປະ​ເທດ, ຍູ້​ແຮງ​ການ​ໂຄສະນາ​ພາບ​ພົດ ​ແລະ ອິດ​ທິພົນ​ຊື່​ສຽງ​ຂອງ​ຫວຽດນາມ ​ໃນ​ໂລກ. ກ່າວ​ຄຳ​ເຫັນ​ສະຫລຸບ​ກອງ​ປະຊຸມ, ທ່ານ​ຫງວຽນ​ບັກ​ຊອນ, ລັດຖະມົ​ນຕີກະຊວງຖະ​ແຫລ​ງຂ່າວ ​ແລະ ສື່ສານ​ຫວຽດນາມ ​ຊີ້​ແຈ້ງວ່າ:

   “ພວກ​ເຮົາ​ຕ້ອງ​ສືບ​ຕໍ່​ຊາບ​ຊືມມະຕິ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ. ກະຊວງຖະ​ແຫລ​ງຂ່າວ ​ແລະ ສື່ສານ​ຫວຽດນາມ ຈະ​ສົມທົບ​ກັບ​ຄະນະ​ຊີ້​ນຳ​ກ່ຽວ​ກັບ​ຖະ​ແຫລ​ງຂ່າວ​ຕ່າງປະ​ເທດ​​​ແຫ່ງຊາດ ​ເພື່ອ​ສ້າງ​ແຜນການ​ປະຕິບັດ​ວຽກ​ງານ​ຖະ​ແຫລ​ງຂ່າວ​ຕ່າງປະ​ເທດ​ປີ 2014. ທີ​ສອງ​ແມ່ນ, ສ້າງ​ໂຄງ​ການ​ດຳ​ເນີນ​ງານ​ຂອງກະຊວງຖະ​ແຫລ​ງຂ່າວ ​ແລະ ສື່ສານ​ຫວຽດນາມ​ ກ່ຽວ​ກັບ​ຖະ​ແຫລ​ງຂ່າວ​ຕ່າງປະ​ເທດ​ໄລຍະ 2013-2020. ທີ​ສາມ​ແມ່ນ​ສືບ​ຕໍ່​ແນະນ​ຳບັນດາ​ແຂວງ, ນະຄອນ ​ແລະ ກະຊວງ, ຂະ​ແໜງ​ການ​ຕ່າງໆ ຜັນ​ຂະຫຍາຍໂຄງການ​ດຳ​ເນີນ​ງານ​ຂອງ​ລັດຖະບານກ່ຽວ​ກັບ​ຖະ​ແຫລ​ງຂ່າວ​ຕ່າງປະ​ເທດ​ໄລຍະ 2013-2020

 

 

 

 

ຂ່າວ/ບົດ​ອື່ນ