ຜັນຂະຫຍາຍບັນ ດາການເຄື່ອນໄຫວ ຈັດຕັ້ງ​ບຸນປີ​ໃໝ່​ປະຈຳ​ຊາດ ໃຫ້ແກ່ຄົນທຸກຍາກ

ເອົາ​ໃຈ​ໃສ່​​ໃນ​ການຈັດຕັ້ງ​ບຸນປີ​ໃໝ່​ປະຈຳ​ຊາດ ໝາຍ​ເຖິງ​ບຸນ​ເຕັດ​ໃຫ້​ແກ່​ຜູ້​ທຸກ​ຍາກ, ຜູ້​ມີ​ລາຍ​ຮັບ​ຕ່ຳ ​ແມ່ນ​ມູນ​ເຊື້ອ​ຂອງ​ຊາດຫວຽດນາມ​ໃນ​ທຸກ​ປີ​ທີ່​ບຸນ​ເຕັດ​ວຽນມາ. ​ໃນ​ຊຸມ​ມື້​ນີ້, ຫຼາຍທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ​ ພວມ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ນີ້​​ເປັນຢ່າງ​ດີ. ດ້ວຍ​ຈຸດໝາຍ “ຮັບປະກັນ​ໃຫ້​ທຸກ​ຄອບຄົວ​ໄດ້​ຕ້ອນຮັບ​ບຸນ​​ເຕັດ” ນັ້ນ, ຄະນະ​ກຳມະການ ປະຊາຊົນ​ນະຄອນ​ດ່າ​ນັງ ​ໄດ້​ສະຫງວນ​ເງິນຈຳນວນ​​ເກືອບ 20 ຕື້​ດົ່ງ​ເພື່ອ​ລົງ​ຢື້​ຢາມ​ຖາມ​ຂ່າວ, ມອບ​ຂອງຂວັນ​ໃຫ້​ແກ່​ເກືອບ 7000 ຄອບຄົວ​ທຸກ​ຍາກ ​ແລະ​ບັນດາ​ເປົ້າໝາຍ​ປະສົບ​ກັບ​ຄວາ​ມຫຍຸ້ງຍາກ​ໃນ​ບໍລິ​ເວນ​ນະຄອນ. ສ່ວນ ຄະນະ​ກຳມະການ ປະຊາຊົນ​​ແຂວງ​ກອນ​ຕູມ​ຫາ​ກໍ​ຕົກລົງ​ສະຫງວນ​ຈຳນວນ​ເງິນ​ກ່ວາ 3 ຕື້ 200 ລ້ານ​ດົ່ງ​​ເພື່ອ​ເອົາ​ໃຈ​ໃສ່​ເບີ່​ງ​ແຍງ​ໃຫ້​ບັນດາ​ເປົ້າໝາຍ​ໄດ້​ຊົມ​ໃຊ້​ສະຫວັດ​ດີກາ​ນສັງຄົມຢູ່​ທ້ອງ​ຖິ່ນ. ນອກ​ຈາກນັ້ນ​ແລ້ວ, ທາງ​ແຂວງ​ກໍ​ສະຫງວນ​​ເງິນຈຳນວນ​​ນັບ​ຮ້ອຍ​ລ້ານ​ດົ່ງ ​ເພື່ອ​ລົງ​ຢື້​ຢາມ​ຖາມ​ຂ່າວ, ມອບ​ຂອງຂວັນ​ໃຫ້​ກ່ວາ 70 ຄອບຄົວ​ທະຫານເສຍ​ອົງຄະ, ນັກຮົບ ເສຍສະຫຼະຊີວິດ​ເພື່ອ​ຊາດ, ​ແມ່​ຫວຽດນາມ​ວິລະ​ຊົນ… ທ່ານ​ຫງວຽນ​ຈູງ​ທ້ວນ ຮອງ​ຫົວໜ້າ​ພະ​ແນ​ກ​ແຮງ​ງານ ທະຫານ​ເສຍ​ອົງຄະ ​ແລະ​ສັງຄົມ​ແຂວງ​ກອນ​ຕູມ​ໃຫ້​ຮູ້​ວ່າ:  

   “ທາງ​ພະ​ແນ​ກ​ໄດ້​ເປັນ​ທີ່​ປຶກສາ​ໃຫ້​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ເພື່ອ​ມີ​ແຜນການ​ລົງຢື້​ຢາມ​ຖາມ​ຂ່າວ, ອວຍພອນ​ປີ​ໃໝ່, ມອບ​ຂອງຂວັນ​ໃຫ້​ບັນດາ​ເປົ້າໝາຍທຸກ​ຍາກ. ພະ​ແນ​ກກໍ​ມີ​ແຜນການ​​ໂດຍຜ່ານ​ບັນດາ​ຫ້ອງການແຮງ​ງານ ທະຫານ​ເສຍ​ອົງຄະ ​ແລະ​ສັງຄົມ​ເມືອງ, ນະຄອນ ​ເພື່ອ​ເປັນ​​ເສນາ​ທິການໃຫ້​ຄະນະ​ກຳມະການ​ປະຊາຊົນ​ເມືອງ, ນະຄອນ ​ເພື່ອ​ມີ​ແຜນການ​ລົງ​ຢ້ຽມຢາມ​ເປົ້າໝາຍ​ຕ່າງໆ, ຮັບປະກັນ​ບັນດາ​ລະບອບບຸລິມະສິດ, ນະ​ໂຍບາຍ​ຂອງ​ລັດ​ໃຫ້​ແກ່​ເຂົາ​ເຈົ້າ ກ່ອນ​ບຸນ​ເຕັດ”.
ຂ່າວ/ບົດ​ອື່ນ