ຜັນຂະຫຍາຍບັນດາ ໂຄງການຮັກສາ ລາຄາເປັນປົກກະຕິ
ຮັກສາລາຄາເປັນປົກກະຕິ
(ພາບ: baocongthuong.com.vn)
(vovworld)- ໃນການປະຊຸມຂ່າວເມື່ອຕອນບ່າຍວັນທີ 4/11, ກະຊວງອຸດສາຫະກຳການຄ້າຫວຽດນາມ ໃຫ້ຮູ້ວ່າ: ໃນເດືອນ 10 ຜ່ານມາ, ດັດຊະນີລາຄາໃຊ້ສອຍ (CPI) ເພີ່ມຂຶ້ນ 0,49%. ເປັນອັນວ່າ, ເມື່ອທຽບກັບໄລຍະທ້າຍປີກາຍນັ້ນ, ດັດຊະນີລາຄາໃຊ້ສອຍ (CPI) ເພີ່ມຂຶ້ນ 5,14% ໃນປະຈຸບັນ. ດ້ວຍສະພາບການດັ່ງຫ່າວ, ຈຸດໝາຍຄວບຄຸມໄພເງິນເຟີ້ຕ່ຳກ່ວາ 7% ອາດຈະບັນລຸໄດ້. ທ່ານຫວໍ້ວັນກ່ວຽນ ຜູ້ຕາງໜ້າກະຊວງອຸດສາຫະກຳການຄ້າຫວຽດນາມ ໃຫ້ຮູ້ວ່າ: ສະບຽງອາຫານຮັບໃຊ້ໂອກາດບຸນປີໃໝ່ປະຈຳຊາດຈະບໍ່ຖືກຂາດແຄນ ແລະ ບໍ່ມີເລື່ອງລາຄາເໜັງຕີງ. ກ່ຽວກັບແຜນການຜັນຂະຫຍາຍໂຄງການຮັກສາລາຄາເປັນປົກກະຕິໃນທ້າຍປີ, ທ່ານຫວໍ້ວັນກ່ວຽນ ໃຫ້ຮູ້ວ່າ:
“ພ້ອມກັບການຈັດຕັ້ງການຜະລິດ, ເລື່ອງຮັກສາລາຄາເປັນປົກກະຕິໃນທ້ອງຕະຫຼາດບໍ່ພຽງແຕ່ຮັກສາໃນປີນີ້ເທົ່ານັ້ນ ຫາກຕ້ອງຮັກສາສະພາບທີ່ເກີດມາຈາກຊຸມປີກ່ອນອີກດ້ວຍ. ທາງກະຊວງອຸດສາຫະກຳການຄ້າຫວຽດນາມ ຈະມີເອກະສານຊີ້ນຳທ້ອງຖິ່ນຕ່າງໆຜັນຂະຫຍາຍການລາຍງານສະພາບການລາຄາໃນບຸນປີໃໝ່ປະຈຳຊາດ. ມາຮອດປະຈຸບັນ, ບັນດາຕະຫຼາດໃຫ່ຍຄືຮ່າໂນ້ຍ, ນະຄອນໂຮ່ຈິມິນ, ເກີນເທີ, ບິ່ງເຢືອງ, ດົ່ງນາຍ…ລວມ 11 ແຂວງໄດ້ຜັນຂະຫຍາຍການຮັກສາລາຄາເປັນປົກກະຕິດ້ວຍຈຳນວນເງິນທັງໝົດ 850 ຕື້ດົ່ງ“./.