ຜັນ​ຂະ​ຫຍາຍ​ຢ່າງ​ແຮງ​ກ່​ວາ​ອີກ ເພື່ອໃຫ້ການ​ຫັນ​ເປັນ​ດີ​ຈີ​ຕອນ​ແຫ່ງ​ຊາດ ມີ​ບາດ​ກ້າວ​ພັດ​ທະ​ນາ​ຢ່າງ​ກະ​ໂດດ​ຂັ້ນ

(VOVWORLD) -ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ການຫັນເປັນດີຈີຕອນແມ່ນກຳລັງໜູນຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງ, ແມ່ນພື້ນຖານໃຫ້ແກ່ພື້ນຖານເສດຖະກິດທັນສະໄໝ.
ຜັນ​ຂະ​ຫຍາຍ​ຢ່າງ​ແຮງ​ກ່​ວາ​ອີກ ເພື່ອໃຫ້ການ​ຫັນ​ເປັນ​ດີ​ຈີ​ຕອນ​ແຫ່ງ​ຊາດ ມີ​ບາດ​ກ້າວ​ພັດ​ທະ​ນາ​ຢ່າງ​ກະ​ໂດດ​ຂັ້ນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ:  TTXVN)

ຕອນເຊົ້າວັນທີ 27 ເມສາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ປະທານຄະນະກຳມະການແຫ່ງຊາດກ່ຽວກັບການຫັນເປັນດີຈີຕອນ, ເປັນປະທານກອງປະຊຸມຄັ້ງທີ 2 ຂອງ ຄະນະກຳມະການເພື່ອຕີລາຄາໝາກຜົນຂອງການປະຕິບັດໄຕມາດທີ I ປີ 2022 ແລະ ກຳນົດໜ້າທີ່, ວິທີການຈຸດສຸມຄວນສຸມໃສ່ຜັນຂະຫຍາຍໃນໄຕມາດທີ II ປີ 2022 ແລະ ໄລຍະຈະມາເຖິງ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ການຫັນເປັນດີຈີຕອນແມ່ນກຳລັງໜູນຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງ, ແມ່ນພື້ນຖານໃຫ້ແກ່ພື້ນຖານເສດຖະກິດທັນສະໄໝ. ດັ່ງນັ້ນ, ທ່ານນາຍົກລັດຖະມົນຕີ ຈົ່ງເນັ້ນໜັກເຖິງ ບາງໜ້າທີ່ຕ້ອງສຸມໃສ່ປະຕິບັດຄື ສຳຫຼວດກວດກາ, ປັບປຸງ, ເພີ່ມເຕີມ, ສ້າງລະບອບລະບຽບການດີຈີຕອນໃຫ້ສົມບູນແບບ, ພັດທະນາພື້ນຖານໂຄງລ່າງດີຈີຕອນ, ນຳໃຊ້ເຕັກໂນໂລຢີດີຈີຕອນ. ທ່ານນາຍົກລັດຖະມົນຕີ ກໍ່ຕັກເຕືອນວ່າ ວຽກງານລົງທຶນໃຫ້ແກ່ການຫັນເປັນດີຈີຕອນ ຕ້ອງມີຈຸດສຸມ, ເລືອກເອົາວຽກງານທີ່ມີຜົນກະທົບແຜ່ກະຈາຍ, ມີປະສິດທິຜົນ ຢ່າງທັນທີ ເພື່ອຜັນຂະຫຍາຍ, ພ້ອມທັງຄວນມີການປ່ຽນແປງໃໝ່ຢ່າງຕໍ່ເນື່ອງ, ມີຈິນຕະນາການບຸກທະລຸ ແລະ ວິໄສທັດຍຸດທະສາດ ໃນການຫັນເປັນດີຈີຕອນ, ເສີມຂະຫຍາຍລັກສະນະເປັນເຈົ້າການ, ລັກສະນະປະດິດຄິດສ້າງ, ລະດົມທຸກແຫຼ່ງກຳລັງ, ຍູ້ແຮງການຮ່ວມມື ລະຫວ່າງ ພາກລັດ - ເອກະຊົນ,ສືບຕໍ່ປະຕິຮູບການບໍລິຫານ, ສຸມໃສ່ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ…

ຕອບກັບ

ຂ່າວ/ບົດ​ອື່ນ