ຜັນຂະຫຍາຍແຜນຮ່າງ“ພັດທະນາການແພດທະເລ,ໝູ່ເກາະຫວຽດນາມຮອດປີ2020”ເຂດທະເລຕາເວັນຕົກພາກໃຕ້

ຜັນຂະຫຍາຍແຜນຮ່າງ“ພັດທະນາການແພດທະເລ,ໝູ່ເກາະຫວຽດນາມຮອດປີ2020”ເຂດທະເລຕາເວັນຕົກພາກໃຕ້ - ảnh 1
ການກວດພະຍາດໃຫ້ຊາວປະມົງ

(vovworld) – ວັນ​ທີ 16/8, ຢູ່​ເມືອງ​ເກາະ ຟູ໋ກວກ, ​ແຂວງ ກຽນ​ຢາງ, ຄະນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບການ​ແພດທະ​ເລ, ໝູ່​ເກາະ​ໄດ້​ຈັດ​ກອງ​ປະຊຸມ​ຜັນ​ຂະຫຍາຍ​ແຜນ​ຮ່າງ “ພັດທະນາ​ການ​ແພດ​ທະ​ເລ, ໝູ່​ເກາະ​ຫວຽດນາມ​ຮອດ​ປີ 2020” ​ເຂດ​ທະ​ເລ, ໝູ່​ເກາະຕາ​ເວັນ​ຕົກ​ພາກ​ໃຕ້. ທີ່​ກອງ​ປະຊຸມ, ທ່ານ ຟ້າ​ມ​ເລ​ຕ໋ວນ, ຮອງ​ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ ຢັ້ງຢືນ​ວ່າ: ​ໄລຍະ​ຈະ​ມາ​ເຖິງ, ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ສຳຄັນ​ແມ່ນ​ຕ້ອງ​ຍູ້​ໄວ​ການ​ຜັນ​ຂະຫຍາຍ​ບັດ​ປະກັນ​ສຸຂະພາບ​ໃຫ້​ຊາວ​ປະມົງ ​ແລະ ປະຊາຊົນ​ດຳລົງ​ຊີວິດ​ໃນ​ເກາະ, ຍ້ອນ​ວ່າ​ປະຈຸ​ບັນອັດຕາ​ຜູ້​ຊື້​ບັດ​ປະກັນ​ສຸຂະພາບ​ຂອງ​ປະຊາຊົນ​ໃນ​ເກາະ​ບໍ່​ທັນ​ສູງ. ນອກຈາກ​ນັ້ນ, ​ເອົາ​ໃຈ​ໃສ່​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ສະໜອງ​ການ​ບໍລິການ​ການ​ແພດ, ຍົກ​ສູງ​ຮູບ​ແບບ​ການກວດ, ປິ່ນປົວ​ພະຍາດ​ ​ແລະ ພະຍາບານ​ສຸກ​ເສີນ​ບົນ​ທະ​ເລ​ເພື່ອ​ຮັບ​ປະກັນ​ໃຫ້ການ​ເບິ່ງ​ແຍງ​ດູ​ແລ​ສຸ​ຂະ​ພາບ​ໃຫ້​ແກ່​ປະຊາຊົນ​ໃນ​ເກາະ.

    ປະຈຸ​ບັນ, ​ແຂ​ວງ ກຽນ​ຢາງ ມີ 17 ຕາ​ແສງ ຂຶ້ນ​ກັບ 3 ​ເ​ມື​ອງ ​ແລະ 1 ​ເທດສະບານ. ​ໄລຍະ​ຜ່ານ​ມາ, ​ແຂວງ​ໄດ້​ລົງທຶນ​ຍົກ​ລະດັບ, ກໍ່ສ້າງ​​ໂຮງໝໍ, ສຸກສາລາ​​ໃໝ່​ຫຼາຍ​ແຫ່ງ. ​ເພື່ອຜັນ​ຂະຫຍາຍ​ແຜນ​ຮ່າງ “ພັດທະນາ​ການ​ແພດ​ທະ​ເລ, ໝູ່​ເກາະ”,  ​ໃນ​ໄລຍະ​ຈະມ​າ​ເຖິງ, ກຽນ​ຢາງ ​ຈະ​ສຸມ​ໃສ່​ບຸລິມະສິດ​ກ່ຽວ​ກັບ​ການ​ບຳລຸງ​ສ້າງຊັບພະຍາກອນ​ມະນຸດ​ການ​ແພດ​ໃຫ້​ທະ​ເລ, ໝູ່​ເກາະ, ປະກອບບັນດາ​ອຸປະກອນ​ການ​ແພດ, ພາຫະນະ​ຂົນ​ສົ່ງ​ຄົນ​ເຈັບ, ສູນ​ພະຍາບານ​ສຸກ​ເສີນ​ກໍ່​ຄື​ຝຶກ​ອົບຮົມ​ການ​ແພດ​ໃນ​ທະ​ເລ, ເກາະ.

 

 


ຂ່າວ/ບົດ​ອື່ນ