ຜົນງານຂອງບັນດາພວກນ້ອງນັກຮຽນແມ່ນຄວາມເອກອ້າງຖະນົງໃຂຂອງທົ່ວປະເທດ

ຜົນງານຂອງບັນດາພວກນ້ອງນັກຮຽນແມ່ນຄວາມເອກອ້າງຖະນົງໃຂຂອງທົ່ວປະເທດ - ảnh 1
(ພິ​ທີ​ຍ້ອງ​ຍໍ​ນັກ​ຮຽ​ນນັກ​ຮຽນ​ດີ​​ເດັ່ນ)

(vovworld) ​- ຕອນ​ຄ່ຳ​ວັນ​ທີ 03/12, ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ຍ້ອງ​ຍໍ​ບັນ​ດາ​ນັກ​ຮຽນ​ບັນ​ລຸ​ຜົນ​ງານ​ສູງ​ໃນ​ບັນ​ດາ​ການ​ເສັງ​ແຫ່ງ​ຊາດ ແລະ ສາ​ກົນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸ​ກ ໄດ້​ຕ​ີ​ລາ​ຄາ​ສູງ​ບັນ​ດາ​ການ​ປ່ຽນ​ໃໝ່​ຂອງ​ກະ​ຊວງ​ສຶກ​ສາ ແລະ ບ​ຳ​ລຸງ​ສ້າງ ໃນ​ວຽກ​ງານ​ສຶກ​ສາ, ຄັດ​ເລືອກ, ສຶກ​ສາ​ອົບ​ຮົມ, ປະ​ກອບ​ສ່ວນ​ຍົກ​ສູງ​ຜົນ​ງານ​ຂອງ​ທິນຊາດ​ຫວຽດ​ນາມ ໃນ​ການ​ເສງ Olympic ພາກ​ພື້ນ ແລະ ສາ​ກົນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ຊວນ​ຟຸກ ​ເນັ້​ນ​ໜັກ​ວ່າ.

        “ບັນ​ດາ​ສິ່ງ​ທີ່​ພວກ​ນ້ອງ​ບັນ​ລຸ​ໄດ້​ໃນ​ມື້ນີ້​ແມ່ນ​ກາ​ນ​ສືບ​ທອດ​ມູນ​ເຊື້ອ​ມັກ​ຮ່ຳ​ມັ​ກ​ຮຽນ, ບືນ​ຕົວ​ຂຶ້ນ​ຢ່າງບໍ່​ຢຸດ​ຢັ້ງ, ​ເພື່ອ​ມີ​ລະ​ດັບ​ຄວາມ​ຮູ້​ສູງ​ສຸດ​ຂອງ​ຊາວຫວຽດ​ນາມ ລຸ້ນ​ຕ່າງໆ​, ໃນ​ນັ້ນ​ມີ​​ລຸ້ນ​ກ່ອນ​ຫຼາຍ​ຄົນ​ໄດ້​ສ້າງ​ຊື່​ສຽງ​ໃຫ້​ປະ​ເທດ​ຊາດ​ດ້ວຍ​ພູມ​ປັນ​ຍາ, ຄຸນ​ນະ​ທາດ ແລະ ຄວາມ​ຈົ່ງ​ຮັກ​ພັກ​ດີ​ຕໍ່​ປະ​ເທດ​ຊາດ​ຄ​ື: ຫງວຽນ​ຮ່ຽນ, ໝາກດິ້ງ​ຈີ, ເລ​ກຸຍ​ດົນ… ຂ້າ​ພະ​ເຈົ້າ​ຫວັງ​ວ່າ, ບັນ​ດາ​ຜົນ​ງານ​ທີ່​ພວກ​ນ້ອງ​ບັນ​ລຸ​ໄດ້​ໃນ​ມື້ນີ້​ຈະ​ແມ່ນ​ບາດ​ກ້າວ​ເດີນ​ທຳ​ອິດ​ໃນ​ເສັ້ນ​ທາງ​​ກວ້າງ​ໃຫຍ່ກວ່າ ດ້ວຍວິ​ໄສ​ທັດ​ມອງກວ້າງ, ເຫັ​ນ​ໄກ​ກວ່າ.”

        ທີ່​ພິ​ທີ, ຄະ​ນະ​ຈັດ​ຄັ້ງ​ໄດ້​ຍ້ອງ​ຍໍ​ນັກ​ຮຽ​ນ 40 ນ້ອງ​ທີ່​ຍາດ​ໄດ້​ລາງວັນ​ Olympic ສາ​ກົນ ແລະ ນັກ​ຮຽນ​ດີ​​ເດັ່ນ​ໃນ​ການ​ເສັງມັດ​ທະ​ຍົມ​ຕອນ​ປາຍ​ແຫ່ງ​ຊາດ​ປີ 2016.

ຂ່າວ/ບົດ​ອື່ນ