ຜົນງານດ້ານຄວາມສະເໝີພາບລະຫວ່າງຍິງ-ຊາຍຢູ່ ຫວຽດນາມ

ຜົນງານດ້ານຄວາມສະເໝີພາບລະຫວ່າງຍິງ-ຊາຍຢູ່ ຫວຽດນາມ - ảnh 1
ທ່ານ Bruce Camplell ​ແລະ ບັນດາ​ຜູ້​ແທ່ນ​ໃນ​ພິທີ​ປະກາດ​ສິ້ນ​ສຸດໂຄງການ
(ພາບ: suckhoedoisong)


Vovworld-  ຫວຽດນາມສາມາດບັນລຸຄວາມກ້າວໜ້າຫຼາຍປະການໃນການ ແກ້ໄຂຄວາມສະ​ເໝີ​ພາບ​ລະຫວ່າງ​ຍິງ-ຊາຍ​ໃນ​ຂົງ​ເຂດ​ການ​ສຶກສາ, ວຽກ​ເຮັດ​ງານ​ທຳ ​ແລະ ສາທາລະນະ​ສຸກ. ນັ້ນ​ແມ່​ຂໍ້​ໃຫ້​ສັງ​ເກດ​ຂອງ​ທ່ານ Bruce Camplell ຮັກສາ​ການ​ປະສານ​ງານອົງການ​ສະຫະ​ປະຊາ​ຊາດ​ປະຈຳ​ຫວຽດນາມ​ຢູ່​ທີ່​ພິທີ​ປະກາດ​ສິ້ນ​ສຸດ​ໂຄງການ​ຮ່ວມ​ມື​ລະຫວ່າງ​ລັດຖະບານ​ຫວຽດນາມ ​ແລະ ອົງການ​ສະຫະ​ປະຊາ​ຊາດກ່ຽວ​ກັບຄວາມສະ​ເໝີ​ພາບ​ລະຫວ່າງ​ຍິງ-ຊາຍທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ່ 19/3 ຢູ່ຮ່າ​ໂນ້ຍ. ຕາມ​ທ່ານ Bruce Camplell ​ແລ້ວ, ​ໃນ 5 ປີ​ຂ້າງ​ໜ້າ​ (2012-2016) ອົງການ​ສະຫະ​ປະຊາ​ຊາດຈະ​ລົງທຶນ 40 ລ້ານ USD ​ໃຫ້​ແກ່​ການ​ເພີ່ມ​ທະວີຄວາມສະ​ເໝີ​ພາບ​ລະຫວ່າງ​ຍິງ-ຊາຍ ​ແລະ ​ເພີ່ມ​ສິດ​ໃຫ້​ແມ່ຍິງ ດ້ວຍ​​ແຫຼ່ງທຶນ​ໃຊ້​ຈາ​ຍຫຼາຍ​ທົບ 2 ​ເທົ່າ​ເມື່ອ​ທຽບ​ໃສ່​ໄລຍະ ( 2006 - 2011) ຢູ່​ຫວຽດນາມ. ວັນທີ 19/3/2009 ​ໂຄງການ​ຮ່ວມ​ມື​ຮ່ວມ​ກ່ຽວ​ກັບຄວາມສະ​ເໝີ​ພາບ​ລະຫວ່າງ​ຍິງ-ຊາຍ​ໄດ້​ເລີ່​ມຜັນ​ຂະຫຍາຍ​ຢູ່​ຫວຽດນາມ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ຂອງ​ບັນດາ​ກະຊວງ, ຂະ​ແໜງ​ການ​ຕ່າງໆ​ທີ່​ກ່ຽວຂ້ອງ. ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ຫວຽດນາມ​ເລັ່ງ​ໃສ່​ແກ້​ໄຂ​ບັນ​ຫາ​ຜິດ​ດຽງ​ລະຫວ່າງ​ຍິງ-ຊາຍ​​ໃນ​ການ​ເກິີດ, ​ເພີ່ມ​ທະວີ​ຄວາມ​ສາມາດ​ໃຫ້​ແກ່​ພະນັກງານ​ການ​ນຳ​ຍິງ ​ແລະ ຊຸກຍູ້ຄວາມ ສະ​ເໝີ​ພາບ​ລະຫວ່າງ​ຍິງ-ຊາຍ

ຂ່າວ/ບົດ​ອື່ນ