ຜູ້ນຳສູງສຸດ ອີຣານ ກ່າວເຕືອນ ອາເມລິກາ ກ່ຽວກັບຂໍ້ຕົກລົງນິວເຄຼຍ

(VOVWORLD) - ຜູ້ນຳສູງສຸດຂອງ ອີຣານ, ສາດສະດາໃຫຍ່ Ali Khamenei ກ່າວເຕືອນວ່າ ປະເທດນີ້ ຈະມີປະຕິກິລິຍາຢ່າງເຂັ້ມແຂງ ຕໍ່ກັບບໍ່ວ່າການກະທຳທີ່ຜິດພາດໃດໆຂອງ ອາເມລິກາ ທີ່ກ່ຽວຂ້ອງເຖິງຂໍ້ຕົກລົງນິວເຄຼຍ
ຜູ້ນຳສູງສຸດ ອີຣານ ກ່າວເຕືອນ ອາເມລິກາ ກ່ຽວກັບຂໍ້ຕົກລົງນິວເຄຼຍ - ảnh 1 ສາດສະດາໃຫຍ່ Ali Khamenei (ພາບ: EPA/TTXVN)

ລະຫລ່າງ ອີຣານ ແລະ ກຸ່ມ P5+1 (ລວມມີ ອາເມລິກາ, ອັງກິດ, ຝະຣັ່ງ, ລັດເຊຍ, ຈີນ ແລະ ເຢຍລະມັນ). ວັນທີ 17 ກັນຍາ, ເມືີ່ອກ່າວຄຳເຫັນທາງໂທລະພາບແຫ່ງຊາດ, ສາດສະດາໃຫຍ່ Ali Khamenei ເນັ້ນໜັກວ່າ ບັນດາຄຳກ່າວຫາຂອງວົງການເຈົ້າໜ້າທີ່ ອາເມລິກາ ກ່ຽວກັບ ອີຣານ ແມ່ນເສກສັນປັ້ນແຕ່ງທັງໝົດ ໃນຂະນະນັ້ນ ຄວາມຈິງແມ່ນ ອີຣານ ຍາມໃດກໍ່ເຄົາລົບຂໍ້ຕົກລົງນິວເຄຼຍ.

ກ່ອນໜ້ານັ້ນ, ໃນວັນດຽວກັນ, ທ່ານປະທານາທິບໍດີ ອີຣານ  Hassan Rouhani ໃຫ້ຮູ້ວ່າ: ໃນບົດກ່າວຄຳເຫັນຕໍ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດທີ່ຈະມາເຖິງ, ທ່ານຈະຊີ້ແຈ້ງບາງຈຸດ ທີ່ສະແດງໃຫ້ເຫັນເຖິງບັນດາການກະທຳທີ່ບໍ່ຖືກຕ້ອງຂອງ ອາເມລິກາ ທີ່ກ່ຽວຂ້ອງເຖິງຂໍ້ຕົກລົງນິວເຄຼຍ.

ພາຍຫລັງເກີດຄວາມເຄັ່ງຕຶງກັບຝ່າຍຕາເວັນຕົກເປັນເວລາຫລາຍປີ, ອີຣານ ໄດ້ບັນລຸໄດ້ຂໍ້ຕົກລົງນິວເຄຼຍກັບກຸ່ມ P5+1 ໃນເດືອນກໍລະກົດ 2015, ຕາມນັ້ນແລ້ວ ອີຣານ ເຫັນດີເປັນເອກະສັນຈຳກັດການກະທຳເສີມທາດ ຢູລານຽນ ເພື່ອແລກເອົາການຍົກເລີກຄຳສັ່ງລົງໂທດສາກົນຂອງຝ່າຍຕາເວັນຕົກ ທີ່ແນໃສ່ປະເທດຕາເວັນອອກກາງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ