ຜູ້ບັນຊາການຄົນສຳຄັນຂອງທະຫານລຸກຮື້ຂຶ້ນຢູ່ຊີຣີຖືກຍິງຕາຍ

ຜູ້ບັນຊາການຄົນສຳຄັນຂອງທະຫານລຸກຮື້ຂຶ້ນຢູ່ຊີຣີຖືກຍິງຕາຍ - ảnh 1
ພາບປະກອບຈາກ vnmedia.vn

(vovworld) –  ວັນ​ທີ 21/10, ສື່​ມວນ​ຊົນ​ຂອງລັດຖະບານ ​ແລະ ກຳລັງ​ລຸກ​ຮື້​ຂື້ນ ຊີຣີ ​ໃຫ້​ຮູ້​ວ່າ: ໜຶ່ງ​ໃນ​ຈຳນວນ​ບັນດາ​ຜູ້​ບັນຊາ​ການ​ອັນ​ດັບ​ໜຶ່ງ​ຂອງ​ກຳລັງທະຫານ​ເສລີພາບ ຊີຣີ (FSA) ​ໄດ້​ເສຍ​ຊີວິດ​ໃນ​ການ​ປະ​ທະ​ກັນ​ກັບ​ທະຫານ​ລັດຖະບານ​ຢູ່​ທາງ​ທິ​ດ​ໃຕ້​ນະຄອນ Deraa, ​ໃກ້​ກັບ​ຊາຍ​ແດນ​ຕິດ​ກັບ​ຈໍ້​ແດນ​. ຕາມ​ແຫຼ່ງຂ່າວ​ດັ່ງກ່າວ​ແລ້ວ, Yasser al – Aboud, ອະດີດ​ນາຍ​ທະ​ຫາ​ນ ຊີຣີ, ຖືກ​ຍິງ​ຕາຍ​ໃນ​ຂະນະ​ທີ່​ນຳພາ​ກຸ່ມ​ບັນດາ​ມື​ປືນ​ລຸກ​ຮື້​ຂຶ້ນ ບຸກ​ໂຈມ​ຕີ​ກົມ​ກອງ​ທະຫານ​ລັດຖະບານ​ຢູ່​ເຂດ Tafas, ທີ່​ເຂດ​ຕາ​ເວັນ​ຕົກ​ພາກ​ເໜືອ Deraa. ມີ​ສະມາຊິກ​ຄົນ​ໜຶ່ງ​ຂອງ​ກຸ່ມ​ລຸກ​ຮື້​ຂຶ້ນ​ໄດ້​ເຂົ້າ​ຮ່ວມ​ການ​ບຸກ​ໂຈມ​ຕີ​ໄດ້​ຮັບ​ຮູ້​ຂ່າວ​ກ່ຽວ​ກັບ​ການ​ເສຍ​ຊີວິດ​ຂອງ Aboud, ​ເຊິ່ງ​ແມ່ນ​ຜູ້​ສ້າງ​ຕັ້ງ​ກຳລັງ FSA ທີ່​ໄດ້​ຮັບ​ການ​ສະໜັບ​ສະ​ໜູນ​ຂອງ​ຝ່າຍ​ຕ​າ​ເວັນ​ຕົກ​ຢູ່​ພາກ​ໃຕ້ ຊີຣີ.

    ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຕຳຫຼວດ ນອກ​ແວ ​ໄດ້​​​​ເປີດ​ບັ້ນ​ເຄື່ອນ​ໄຫວ​ຕາມ​ລ່າ​ໃນ​ທົ່ວ​ໂລກ​ເພື່ອ​ຊອກ​ຫາ​ກຳມະກອນ​ຍິງ 2 ຄົນ​ເຊື້ອ​ຊາດ Somali ​ໄດ້ຊອກ​ຫາ​ວິທີ​​ເຂົ້າ ຊີຣີ ​ເພື່ອ​ຊ່ວຍ​​ເຫຼືອ​ກຳລັງ​ລຸກ​ຮື້​ຂຶ້ນ​ຢູ່​ປະ​ເທດ​ນີ້. ຄາດ​ວ່າ, ມີ​ປະຊາຊົນ ນອກ​ແວ   ປະມານ​ແຕ່ 30 – 40 ຄົນ, ​ໃນ​ນັ້ນ​ມີ​ແມ່ຍິງ​ຫຼາຍ​ຄົນ​ໄດ້​ເດີ​ນທາງ​ອອກ​ຈາກ​ປະ​ເທດ​​ໄປ​ຍັງ ຊີຣີ ​​ເພື່ອເຂົ້າ​ຮ່ວມ​ການ​ປະ​ທະ​ກັນ​ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້.

ຂ່າວ/ບົດ​ອື່ນ