ຜູ້ບັນຊາການທະຫານບັນດາກຳລັງປະກອບອາວຸດລາຊະອານາຈັກ ບຣຸໄນ ຢ້ຽມຢາມຫວຽດນາມ

ຜູ້ບັນຊາການທະຫານບັນດາກຳລັງປະກອບອາວຸດລາຊະອານາຈັກ ບຣຸໄນ ຢ້ຽມຢາມຫວຽດນາມ - ảnh 1
ຜູ້ບັນຊາ​ການ​ທະຫານ​ບັນດາ​ກຳລັງ​ປະກອບ​ອາວຸດລາຊະ​ວົງ
​ຂອງ​ລາຊະ​ອານາຈັກ ບຣຸ​ໄນ ຢ້ຽມຢາມສັນຖະວະ​​ໄມຕີ​ຫວຽດນາມ
(ພາບ: tienphong.vn)


(vovworld) -     ຜູ້ບັນຊາ​ການ​ທະຫານ​ບັນດາ​ກຳລັງ​ປະກອບ​ອາວຸດລາຊະ​ວົງ​ຂອງ​ລາຊະ​ອານາຈັກ ບຣຸ​ໄນ, ພົນ​ຈັດຕະວາ Dato Paduka Seri Haji Aminuddin Ihsan ​ໄດ້​ທຳການຢ້ຽມຢາມສັນຖະວະ​​ໄມຕີ​ຫວຽດນາມ ຢ່າງ​ເປັນ​ທາງ​ການ ​ໃນ​ລະ​ຫວ່າງ​ວັນທີ 26 – 28/02 ຕາມ​ຄຳ​ເຊີນ​ຂອງ​ພົນ​ໂທ ​ໂດ້ບ໋າ​ຕິ, ຫົວໜ້າ​ເສນາ​ທິການ​​ໃຫຍ່​ກອງທັບ​ປະຊາຊົນ​ຫວຽດນາມ. ພາຍຫຼັງ​ພິທີ​ຕ້ອນຮັບ​ຄະນະ​ເມື່ອ​ວັນ​ທີ 27/02, ​ພົນ​ໂທ ​ໂດ້ບ໋າ​ຕິ ​ໄດ້​ດຳ​ເນີນ​ການ​ເຈລະຈາ​ກັບພົນ​ຈັດຕະວາ Dato Paduka Seri Haji Aminuddin Ihsan, ​2 ຝ່າຍແຈ້ງ​ໃຫ້​ກັນ​ຊາບ​ກ່ຽວ​ກັບ​ສະພາບ​ການຂອງ​ແຕ່ລະ​ປະ​ເທດ ​ແລະ ບັນດາ​ບັນຫາ​ທີ່​ຕ່າງຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. 2 ຝ່າຍ ​ໄດ້​ເຫັນ​ດີ​ນຳ​ກັນ​ໂດຍ​ຖື​​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ກ​ອງທັບ​ປະຊາຊົນ​ຫວຽດນາມ ​ແລະ ກຳລັງ​ປະກອບ​ອາວຸດ​ລາຊະ​ອານາຈັກ ບຣຸ​ໄນ ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນທຸກ​ຂັ້ນ, ບຳລຸງ​ສ້າງ​ນາຍ​ທະຫານ... ​ແລກປ່ຽນບັນດາ​ບັນຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ປະຊາຊົນ ​ແລະ ກອງທັບ​ຂອງ 2 ປະ​ເທດ, ​ເພື່ອ​ຈຸດໝາຍ​ສັນຕິພາບ, ການຮ່ວມ​ມື ​ແລະ ມິດຕະພາບ.

        ​ແລະ​ກໍ​ໃນ​ຕອນ​ບ່າຍວັນ​ດຽວ​ກັນ, ພົນ​ຈັດຕະວາ Dato Paduka Seri Haji Aminuddin Ihsan, ຜູ້ບັນຊາ​ການ​ທະຫານ​ບັນດາ​ກຳລັງ​ປະກອບ​ອາວຸດ​ລາຊະ​ອານາຈັກ ບຣຸ​ໄນ, ​ໄດ້​ເຂົ້າ​ຢ້ຽມ​ຂໍ່ານັບ​ພົນ​ເອກ ຟຸ່ງກວາງ​​ແທງ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ