(VOVWORLD) - ຜູ້ມີສິດເລືອກຕັ້ງກວ່າ 1.700 ຄົນຈາກບັນດາສະຖານທີ່ພົບປະແບບເຊິ່ງໜ້າ ແລະ ທາງໄກຂອງຫົວໜ່ວຍເລືອກຕັ້ງເລກທີ 2 ແຂວງ ກວາງນິງ ໄດ້ມີການພົບປະ, ຮັບຟັງໂຄງການດຳເນີນງານຂອງຜູ້ສະໝັກຮັບເລືອກຕັ້ງ
(ທີ່ການພົບປະກັບຜູ້ມີສິດເລືອກຕັ້ງ) |
ຕອນບ່າຍວັນທີ 04 ມີນາ, ຜູ້ມີສິດເລືອກຕັ້ງກວ່າ 1.700 ຄົນຈາກບັນດາສະຖານທີ່ພົບປະແບບເຊິ່ງໜ້າ ແລະ ທາງໄກຂອງຫົວໜ່ວຍເລືອກຕັ້ງເລກທີ 2 ແຂວງ ກວາງນິງ ໄດ້ມີການພົບປະ, ຮັບຟັງໂຄງການດຳເນີນງານຂອງຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ 16 ຈຳນວນ 5 ທ່ານ. ຫົວໜ່ວຍເລືອກຕັ້ງເລກທີ 2 ລວມມີ 11 ຕາແສງ.
ເມື່ອໃຫ້ຂໍ້ສັງເກດຕໍ່ບັນດາຜູ້ສະໝັກຮັບເລືອກຕັ້ງລ້ວນແຕ່ມີລະດັບຄວາມຮູ້, ກຳລັງຄວາມສາມາດ ແລະ ບົດຮຽນຕົວຈິງທີ່ອຸດົມສົມບູນ. ທ່ານ ຫງວຽນວັນຝຸກ, ຜູ້ມີສິດເລືອກຕັ້ງຕາແສງ ຮົ່ງກາຍ, ປາດຖະໜາວ່າ:
“ຜູ້ມີສິດເລືອກຕັ້ງພວກຂ້າພະເຈົ້າປາດຖະໜາວ່າ ບັນດາຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ 16 ເມື່ອໄດ້ຮັບການເລືອກຕັ້ງຈະປະກອບສຽງເວົ້າກັບສູນກາງ ໃຫ້ເອົາໃຈໃສ່ມີນະໂຍບາຍພິເສດສະເພາະກັບ ກວາງນິງ, ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງຂອງທ້ອງຖິ່ນ, ໂດຍສະເພາະແມ່ນບັນຫາທ່ອງທ່ຽວ, ການບໍລິການ, ການສົ່ງອອກ, ວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານ ເພື່ອໃຫ້ ກວາງນິງ ກາຍເປັນໜຶ່ງໃນບັນດາແຂວງ ທີ່ສົມກັບບົດບາດເປັນຂົ້ວເຕີບໂຕຂະຫຍັນຂັນເຄື່ອນຂອງເຂດພາກເໜືອ”.