ຜູ້ມີສິດເລືອກຕັ້ງສ່ວນຫຼາຍຮັບຮອງຮ່າງລັດຖະທຳມະນູນສະບັບໃໝ່ຂອງໄທ
(ຜູ້ມີສິດເລືອກຕັ້ງສ່ວນຫຼາຍຮັບຮອງ
ຮ່າງລັດຖະທຳມະນູນສະບັບໃໝ່ຂອງໄທ)
(vovworld) - ຄະນະກຳມະການເລືອກຕັ້ງໄທ (EC) ໃຫ້ຮູ້ວ່າ, ຮອດເວລາ 20 ໂມງ ວັນທີ 07/08, ມີ 94% ຈຳນວນບັດລົງປະຊາມະຕິກ່ຽວກັບຮ່າງລັດຖະທຳມະນູນສະບັບໃໝ່ຂອງປະເທດນີ້ ໄດ້ຮັບການນັບບັດ ດ້ວຍໝາກຜົນມີບັດສະໜັບສະໜູນ 61,45%, ໃນຂະນະນັ້ນ, ມີ ບັດຄ້ານຕໍ່ຮ່າງເອກະສານນີ້ພຽງຈຳນວນ 38,55%. ຕາມ EC ແລ້ວ, ຮ່າງລັດຖະທຳມະນູນສະບັບໃໝ່ ຍາດໄດ້ການສະໜັບສະໜູນຈາກຫຼາຍເຂດ, ເວັ້ນເສຍພາກອີສານຂອງໄທ, ເຊິ່ງແມ່ນເຂດທີ່ຜູ້ມີສິດເລືອກຕັ້ງສ່ວນຫຼາຍປະຕິເສດເອກະສານໂດຍອຳນາດການປົກຄອງການທະຫານຮຽບຮຽງ. ສະເພາະນະຄອນຫຼວງ ບາງກອກ, ອັດຕາສະໜັບສະໜູນຮ່າງລັດຖະທຳມະນູນສະບັບໃໝ່ຂຶ້ນເຖິງ 70%.