ຜູ້ມີສິດເລືອກຕັ້ງສະແດງຄວາມເຊື່ອໝັ້ນວ່າສະພາແຫ່ງຊາດຊຸດທີ14ຈະເປັນສະພາແຫ່ງການກະທຳ

ຜູ້ມີສິດເລືອກຕັ້ງສະແດງຄວາມເຊື່ອໝັ້ນວ່າສະພາແຫ່ງຊາດຊຸດທີ14ຈະເປັນສະພາແຫ່ງການກະທຳ - ảnh 1
ທ່ານ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ ວ​ໍ​ວັນ​ເ​ຖ​ືອງ
ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ນະ​ຄອນ ບຽນ​ຫວ່າ, ແຂວງ ດົ່ງ​ນາຍ
(ພາບ: TTXVN)

(vovworld) - ວັນ​ທີ 04/08, ທ່ານ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ ວ​ໍ​ວັນ​ເ​ຖ​ືອງ, ພ້ອມ​ກັບ​ຄະ​ນະ​​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ແຂວງ ດົ່ງ​ນາຍ ໄດ້​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ນະ​ຄອນ ບຽນ​ຫວ່າ, ແຂວງ ດົ່ງ​ນາຍ. ຢູ່​ທີ່ນີ້, ຜູ້​ມີ​ສິດ​ເລືອກ​ຕັ້ງ​ນະ​ຄອນ​ບຽນ​ຫວ່າ ສະ​ແດງ​​ຄວາມ​ເຊືຶ່ອ​ໝັ້ນແລະ ຫວັງ​ວ່າ ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ຈະ​ເປັນສະ​ພາ​ແຫ່ງ​ການ​ກະ​ທຳ; ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຕ້ອງ​ເສີມ​ຂະ​ຫຍາ​ຍ​ພູມ​ປັນ​ຍາ, ຍົກ​ສູງ​ບົດ​ບາດ​ໜ້າ​ທີ່ ເພື່ອ​ໃຫ້​ສະ​ພາ​ແ​ຫ່້ງ​ຊາດ​ຊຸດ​ທີ 14 ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຕິດ​ຕາມກວດ​ກາ ແລະ ຍົກ​ອອກ​ບັນ​ດາລັດ​ຖະ​ນະ​ໂຍ​ບາຍ​ສຳ​ຄັນ​ຂອງ​ປະ​ເທດ​ຊາດ.

        ແລະ​ກໍ​ໃນ​ວັນ​ທີ 04/08, ທ່ານ ຫງວຽນ​ວັນ​ເນັນ, ປະ​ທາ​ນ​ຫ້ອງ​​ວ່າການ​ສູນ​ກາງ​ພັກ ພ້ອມ​ກັບ​ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ຫົວ​ໜ່ວຍ​ໄຕ​ນິງ ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ກໍເຢົ່າ, ແຂວງ ໄຕ​ນິງ. ທີ່​ການ​ພົບ​ປະ, ທ່ານ ຫງວຽນ​ວັນ​ເນັນ ສະ​ເໜີ​ໃຫ້​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ, ຮາກ​ຖ​ານ​ສືບ​ຕໍ່​ຮັບ​ເອົາ​ຄຳ​ເຫັນ​ສະ​ເໜີ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢ່າງ​ເຂັ້ມ​ງວ​ດ, ພ້ອມ​ທັງຂົນ​ຂວາຍ​ທົ່ວ​ປວງ​ຊົນ​ຮ່ວມ​ແຮງ​ຮ່ວມ​ໃຈປະ​ກອບ​​ສ່ວນ ຕາມ​ຮູບ​ແບບ​ລັດ ແລະ ປະ​ຊ​າ​ຊົນ​ພ້ອມ​ກັນ​ເຮັດ ເພື່ອ​ຍົກ​ລະ​ດັບ, ເປີດກວ້າງ, ​ສ້ອມ​ແປງ​ບັນ​ດາ​​ຮ່ອມທາງ​ໃນ​​ເຂດ​ຊຸມ​ຊົນ, ເທດ​ສະ​ບານ... ປະ​ກອບ​ສ່ວນ​ກໍ່​ສ້າງ​ເມືອງ​ໃຫ້​ນັບ​ມື້​ນັບ​ສະ​ອ​າດ, ​ສວຍ​ງາມ.

ຂ່າວ/ບົດ​ອື່ນ