ຜູ້ວາງລະເບີດກໍ່ການຮ້າຍຢູ່ Bosston ອາດຈະຖືກສານຕັດສິນໂທດ ປະຫານຊີວິດ

ຜູ້ວາງລະເບີດກໍ່ການຮ້າຍຢູ່ Bosston ອາດຈະຖືກສານຕັດສິນໂທດ ປະຫານຊີວິດ - ảnh 1
Dchokhar A Tsarnaev

ຜູ້​ຖືກ​ລະ​ແວງ​ສົງ​ໄສວາງ​ລະ​ເບີດ​ກໍ່​ການ​ຮ້າຍ

(ພາບ: RIA)

(vovworld)- ​​ວັນທີ  22/4,  ວົງ​ການ​ເຈົ້າໜ້າ​ທີ່​ອາ​ເມ​ລິ​ກາ ​ໄດ້​ອອກ​ຄຳສັ່ງ​ເປີດ​ການ​ສືບສວນ​ສອບ​ສວນ Dchokhar A Tsarnaev ອາຍຸ 19 ປີ-ຜູ້​ຖືກ​ລະ​ແວງ​ສົງ​ໄສວາງ​ລະ​ເບີດ​ກໍ່​ການ​ຮ້າຍ​ທີ່​ການ​ແຂ່ງຂັນ​ແລ່ນ Marathon Bosston ​ຍ້ອນນຳ​ໃຊ້​ອາວຸດ​ລ້າງຜານ ​ແລະ ​ທຳລາຍ​ຊີວິດ​ອິນ​ຊີ ​ແລະ ຊັບ​ສິນ​ດ້ວຍ​ທາດ​ລະ​ເບີດ​ໂດຍ​ເຈດ​ຕະນາ. ດ້ວຍ 2 ​ການ​ກະທຳ​ອຜິດ​ດັ່ງ​ກ່າວ, ຜູ້ກ່ຽວອາດ​ຈະ​ຖືກ​ຕັດສິນ​ລົງ​ໂທດ​ປະຫານ​ຊີວິດ ຫຼື​ຖືກ​ຈຳ​ຄຸກ​ຕະຫຼອດ​ຊີວິດ. ປະຈຸ​ບັນ, Dchokhar A Tsarnaev ພວກ​ມຖືກ​ຄຸ້ມ​ຕົວຢ່າງ​ເຄັ່ງ​ຄັດ​ຢູ່​ໂຮງໝໍ ​ແລະ ​​ຜູ້ກ່ຽວ​ໄດ້​ເຫັນ​ດີ​ຕໍ່​ການ​ຂຶ້ນ​ສານ​ໃນ​ວັນ​ທີ 30/5 ຈະ​ມາ​ເຖິງ. ທ່ານ Jay Carnay ​ໂຄສົກ​ທຳນຽບຂາວ​ໃຫ້​ຮູ້​ວ່າ: ຕົວ​ການ Dchokhar A Tsarnaev ຖື​ສັນຊາດ​ອາ​ເມ​ລິ​ກາ ຈະ​ຖືກ​ນຳ​ຕົວ​ຂຶ້ນ​ສານ​ດຳ​ເນີນ​ຄະດີຕາມ​ກົດໝາຍ​ອາ​ເມ​ລິ​ກາ.

ຂ່າວ/ບົດ​ອື່ນ