ຜູ້ສະໝັກຮັບເລືອກຕັ້ງ Le Pen ຮ່ວມສຳພັນກັບການນຳພັກ “ປະເທດ ຝຣັ່ງ ລູກຂຶ້ນ”

ຜູ້ສະໝັກຮັບເລືອກຕັ້ງ Le Pen ຮ່ວມສຳພັນກັບການນຳພັກ “ປະເທດ ຝຣັ່ງ ລູກຂຶ້ນ” - ảnh 1
ທ່ານ Dupont – Aignan ແລະ ທ່ານ​ນາງ Marine Le Pen 
(ພ​າບ: AFP/TTXVN)

(vovworld) – ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ພັກ​ຝ່າຍ​ຂວາ Marine Le Pen ຫາກໍ່​ເຊັນ​ຂໍ້​ຕົກ​ລົງ “ສຳ​ພັນ​ທະ​ມິດ​ຮັກ​ຊາດ ແລະ ສາ​ທາ​ລະ​ນະ​ລັດ” ກັບ​ທ່ານ Nicolas Dupont Aignan, ປະ​ທານ​ພັກ “ປະ​ເທດ ຝ​ຣັ່ງ ​ລູກ​ຂຶ້ນ” (DLF), ​ອະ​ດິດ​​ແມ່ນຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ຝ​ຣັ່ງ ທີ່​ຍື່ນ​ອັນ​ດັບ​ທີ 6 ໃນ​ການ​ເລືອກ​ຕັ້ງ​ຮອບ​ທີ 1 ຜ່ານ​ມາ. ຂໍ້​ຕົກ​ລົງ​ລວມ​ມື 6 ຄຳໝັ້ນ​ສັນ​ຍາ​ເຊິ່ງ​ສື່ມວນ​ຊົນ ຝ​ຣັ່ງ ໄດ້​ຕີ​ລາ​ຄາ​ແມ່ນ​ມີ​ລັກ​ສະ​ນະ “ມີ​ພຶດ​ຕະ​ກຳ​ຕົວ​ຈິງ” ສູງ, ຍ້ອນ​ວ່າ​ມັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄ​ວາມ​ປະ​ນິ​ປະ​ນອມ​ຂອງ​ແຕ່​ລະ​ຝ່າຍຢ່າງ​ແນ່ນອນ. ລະ​ອຽດ​ຄື, ເລື່ອງນ​ຳ​ປະ​ເທດຝ​ຣັ່ງ ອອກ​ຈາກ​ເຂດ​ນຳ​ໃຊ້​ສະ​ກຸນ​ເງິນ ເອີ​ໂຣ​ລວ​ມ ບໍ່​ແມ່ນ​ວ່າ​ບຸ​ລິ​ມະ​ສິດ​ແຖວ​ໜ້າ, ຮັກ​ສາ​ແຜນ​ນະ​ໂຍ​ບາຍ​ເນ​ລະ​ເທດ​ຊາວ​ອົບ​ພະ​ຍົບ​ຜິດ​ກົດ​ໝາຍ ແລະ ຍົກ​ສູງ​ຄຸນ​ສົມ​ບັດ​ດ້ານ​ການ​ເມືອງ ເພື່ອ​​ແນ​ໃສ່​ຕ້ານ​ຄືນ​ການ​ປະ​ທະ​ກັນ. ຕ​າມ​ຂໍ້​ຕົກ​ລົງ​ແລ້ວ, ທ່ານ​ນາງ Le Pen ໃຫ​້​ຄຳ​ໝັ້ນ​ສັນ​ຍາ​ຈະ​ແຕ່ງ​ຕັ້ງ​ທ່ານ Dupont – Aignan ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຖ້າ​ຫາ​ກ​ທ່ານນາງ​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ຮອບ​ເລືອກ​ຕັ້ງ​ທີ 2 ເຊິ່ງ​ຈັດ​ຕັ້ງ​ໃນ​ວັນ​ທີ 7/5 ຈະ​ມາ​ເຖິງ. ສື່ມວນ​ຊົນ ຝ​ຣັ່ງ ຮັບ​ຮູ້​ເລື່ອງ ປັບ​ປຸງ​ທັດ​ສະ​ນະ​ຢ່າງ​ມີ​ໄຫວ​ພິບ​ຈະ​ຊ່ວຍ​ໃຫ້​ທ່ານ​ນາງ Marine Le Pen ຍາດ​ໄດ້​ໃບ​ສະ​ໜັບ​ສະ​ໜູນ​ຫຼາຍ​ກ່​ວາ​ໃນ​ຮອບເລືອກ​ຕັ້ງ​ທີ 2.


ຕອບກັບ

ຂ່າວ/ບົດ​ອື່ນ