ຜູ້ອອກສະໝັກຮັບເລືອກຕັ້ງ 2 ທ່ານຈະມີການໂຕ້ວາທີເຊິ່ງໄດ້ຖ່າຍຖອດສົດທາງໂທລະພາບ

ຜູ້ອອກສະໝັກຮັບເລືອກຕັ້ງ 2 ທ່ານຈະມີການໂຕ້ວາທີເຊິ່ງໄດ້ຖ່າຍຖອດສົດທາງໂທລະພາບ - ảnh 1
ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ Marine Le Pen ແລະ 
​ຜູ​້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ Emmanuel Macron 
(ພາບ: Daily Express)

(vovworld) - ​ຜູ​້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ພັກ​ສາຍ​ກາງ Emmanuel Macron ແລະ ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງພັກ​ຝ່າຍ​​ຂວາ​ (FN) ທ່ານນາງ Marine Le Pen ຈະ​ມີ​ການໂ​ຕ້​ວາ​ທີ​​ເຊິ່ງ​ໄດ້​ຖ່າຍ​ຖອດ​ສົດ​ທາງ​ໂທ​ລະ​ພາບ ໃນ​ວັນ​ທີ 03/05, ກ່ອນ 4 ວັນ​ທີ່ຈະ​ດຳ​ເນີນ​​ການເລືອກ​ຕັ້ງ​ປະ​ທາ​ນາ​ທິບໍ​ດີ​​ຝ​ລັ່ງ ຮອບທີ 2 ​ຄື​ດັ່ງ​ໄດ້​ຄາດ​ຄະ​ເນ​ໄວ້. ຕາມ​ຂໍ້​ມູນ​ຂ່າວ​ຈາກ​ຜູ້​ຊ່ວຍ​ວຽກ​ບາງ​ທ່ານ​ຂອງ​ຜູ​້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ Macron ​ປະ​ກາດ​ໃນ​ວັນ​ທີ 24/04 ແລ້ວ, ການ​ໂຕ້ວ​າ​ທີ​ດັ່ງ​ກ່າວ​ຈ​ະ​ໄດ້​ຖ່າຍ​ຖອດ​ສົດ​ທາງ​ໂທ​ລະ​ພາບຢູ່ 2 ຊ່ອງ​ໃນ​ທົ່ວ​ປະ​ເທດ. ກ່ອນ​ໜ້ານັ້ນ, ຜູ້​ອຳ​ນວຍ​ການ​ຮັບ​ຜິດ​ຊອບບັ້ນ​ຂົນ​ຂ​ວາຍ​ຫາ​ສຽງ​ເລືອກ​ຕັ້ງ​ຂອງ​ທ່ານ​ນາງ Le Pen ຢືນ​ຢັນ​ວ່າ “ການ​ໂຕ້​ວາ​ທີ​ຕ້ອງ​ໄດ້​ດຳ​ເນີນ” ຍ້ອນ​ມັນ​ຈະ​ຊ່ວຍ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ​ສາ​ມາດມີ​ຂໍ້​ສັງ​ເກດ​ກ່ຽວ​ກັບ​ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ 2 ທ່ານ​ຢ່າງ​ຈະ​ແຈ້ງ.



ຕອບກັບ

ຂ່າວ/ບົດ​ອື່ນ