ຜູ້ອອກສະໝັກຮັບເລືອກຕັ້ງແຖວໜ້າ 5 ຄົນຈະໂຕ່້ເວທີໂດຍກົງໃນວັນທີ 20/03

ຜູ້ອອກສະໝັກຮັບເລືອກຕັ້ງແຖວໜ້າ 5 ຄົນຈະໂຕ່້ເວທີໂດຍກົງໃນວັນທີ 20/03 - ảnh 1
ທ່ານ Benoit Hamon ຕາງໜ້າ​ຝ່າຍ​ຊ້າຍ
(ພາບ: AFP/TTXVN)

(vovworld) - ຜູ້​ອອກ​ສະ​ໝັກຮັບ​ເລືອກ​ຕັ້ງ​ແຖວ​ໜ້າ 5 ຄົນ​ໃນ​ບັນ​ດາ​ການຢັ່ງ​ຫາງ​ສຽງທີ່​ການ​ຊ່ວງ​ເສ​ງ​ເຂົ້າ​ວັງ Elysee ຈະ​ໂຕ້​ເວທີ​ໂດຍ​ກົງ​ໃນ​ຊ່ອງ​ໂທລະພາບ​ເອກະ​ຊົນ TF1 ​ໃນ​ວັນ​ທີ 20/03 ຈະ​ມາ​ເຖິງ. ບັນດາ​ຜູ້​ອອກສະໝັກລວມມີ: ອະດີດ​ນາຍົກລັດຖະມົນຕີທ່ານ Francois Fillon ຕາງໜ້າ​ຝ່າຍຂວາ, ອະດີດ​ລັດຖະມົນຕີ​ກະຊວງ​ສຶກສາ​ທ່ານ Benoit Hamon ຕາງໜ້າ​ຝ່າຍ​ຊ້າຍ; ທ່ານ​ນາງ Marine Le Pen ປະທານ​ພັກ​ຝ່າຍ​ຂວາ “​ແນວ​ໂຮມ​ແຫ່ງ​ຊາດ”; ອະດີດ​ລັດຖະມົນຕີ​ກະຊວງ​ເສດຖະກິດ​ທ່ານ Emmanuel Macron ​ແລະ ການ​ນຳ​ຂະ​ບວນການ​ພັກ​ຝ່າຍ​ຊ້າຍ “ປະ​ເທດ ຝະລັ່ງ ພິລາ​ອາດ​ຫານ​ບໍ່​ຍອມ​ຈຳນົນ” ທ່ານ Jean-Luc Melenchon. ການ​ນຳ TF1 ​ໃຫ້​ຮູ້​ວ່າ ຮູບ​ການ​ໂຕ້​ເວທີ​ຈະ​​ແຕກຕາງ​ກັນ​ກັບ​ບັນ​ດາ​ການ​ໂຕ້​ເວທີ​ໃນ​ຂອບ​ເຂດ​ການ​ເລືອກ​ຕັ້ງ​ເບື້ອງ​ຕົ້ນຂອງ​ຝ່າຍ​ຂວາ ​ແລະ ຝ່າຍ​ຊ້າຍ​ເຊິ່ງ​ເຄີຍດຳ​ເນີີນ​ໃນ​ເມື່ອ​ກ່ອນ.

 

ຕອບກັບ

ຂ່າວ/ບົດ​ອື່ນ