ຜ່ານ​ຜ່າ​ຄວາມ​ເຈັບ​ປວດ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນຕັ້ງ​ໜ້າ​ປະ​ກອບ​ສ່ວນ​ໃຫ້​ແກ່​ສັງ​ຄົມ​

(VOVWORLD) -ໃນຊຸມປີຜ່ານມາ, ກອງທຶນຜູ້ປະສົບເຄາະຮ້າຍຈາກທິດພິດສີສົ້ມໄດ້ລະດົມທຶນເປັນຈຳນວນ 2.660 ຕື້ດົ່ງ ເພື່ອຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ. ມີໝູ່ບ້ານສັນຕິພາບ, ໝູ່ບ້ານມິດຕະພາບ 12 ແຫ່ງ ແລະ ສູນເດັກນ້ອຍພິການ, ສູນໜູນຊ່ວຍສັງຄົມ ຫຼາຍແຫ່ງພວມຟື້ນຟູນສຸຂະພາບ, ສັ່ງສອນ, ລ້ຽງດູ ເດັກນ້ອຍພິການນັບພັນຄົນ ຈາກທາດພິດສີສົ້ມ, ຊ່ວຍໃຫ້ເຂົາເຈົ້າບືນຕົວຂຶ້ນໃນຊີວິດການເປັນຢູ່.
ຜ່ານ​ຜ່າ​ຄວາມ​ເຈັບ​ປວດ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນຕັ້ງ​ໜ້າ​ປະ​ກອບ​ສ່ວນ​ໃຫ້​ແກ່​ສັງ​ຄົມ​ - ảnh 1ເຮືອບິນ ອາເມລິກາ ຫວ່ານທາດພິດສີສົ້ມ/ດີໂອຊິນໃນສົງຄາມຢູ່ ຫວຽດນາມ (ພາບ:NYT)

ວັນທີ  ສິງຫາ ປີ 2021, ຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 60 ປີແຫ່ງວັນໄພພິບັດດີໂອຊິນ, ໂດຍແມ່ນທາດພິດເຄມີ ເຊິ່ງ ກອງທັບ ອາເມລິກາ ຫວ່ານລົງບັນດາທ້ອງຖິ່ນຂອງ ຫວຽດນາມ ນັບແຕ່ປີ 1961 – 1971 ເຮັດໃຫ້ຊາວຫວຽດນາມ ຫຼາຍລຸ້ນຄົນຖືກຜົນກະທົບ, ກໍ່ເປັນພະຍາດອັນຕະລາຍ, ກໍ່ຜົນກະທົບຢ່າງຮ້າຍແຮງຕໍ່ສຸຂະພາບຂອງມະນຸດ. ໂດຍຜ່ານຜ່າຄວາມຫຍຸ້ງຍາກ ບືນຕົວຂຶ້ນ, ມີຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຫຼາຍຄົນ ໄດ້ມີບັນດາການປະກອບສ່ວນໃຫ້ແກ່ສັງຄົມ, ສ້າງແຫຼ່ງບັນດານໃຈໃຫ້ແກ່ການດຳລົງຊີວິດທີ່ຕັ້ງໜ້າໃຫ້ແກ່ຫຼາຍຄົນ.

ອ້າຍ ຈຸກວາງດຶກ ອາໄສຢູ່ ເມລິງ, ຮ່າໂນ້ຍ ໂດຍເປັນຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ, ດ້ວຍຄວາມມານພະຍາຍາມຂອງຕົນ, ປັດຈຸບັນອ້າຍໄດ້ກາຍເປັນຄູ່ສອນວິຊາຄອມພິວເຕີ ຂອງໂຮງຮຽນມັດທະຍົມຕອນປ່າຍ ເມລິງ, ຮ່າໂນ້ຍ, ອ້າຍຄູ ຈູກວາງດຶກແບ່ງປັນວ່າ:

        ຂ້າພະເຈົ້າຮູ້ສຶກຕົນເອງຕ້ອງມີຄວາມມານະພະຍາຍາມ ເພື່ອອາດຈະນຳມາເຊິ່ງຄວາມຮູ້ໃຫ້ແກ່ ນັກຮຽນ, ເພື່ອໃຫ້ພວກນ້ອງອາດມີຄວາມກ້າວໜ້າ, ໄປທັນກັບຍຸກສະໄໝປັດຈຸບັນ. ເວົ້າລວມແລ້ວ ແມ່ນ ຍາມໃດຂ້າພະເຈົ້າກໍ່ປ່ຽນແປງວິທີການເພື່ອປັບຕົວໃຫ້ແທດເໝາະກັບສັງຄົມ ບໍ່ຖືກຖອຍຫຼັງເມື່ອທຽບໃສ່ກັບຍຸກສະໄໝ.

        ເຖິງວ່າຖືກປະສົບກັບຄວາມຫຍຸ້ງຍາກກໍ່ຕາມ, ແຕ່ບັນດາຜູ້ປະສົບເຄາະຮ້າຍຍາມໃດກໍ່ໄດ້ຮັບການຮ່ວມເດີນທາງ, ການໜູນຊ່ວຍຈາກລັດ, ອຳນາດການປົກຄອງທຸກຂັ້ນ, ອົງການຈັດຕັ້ງມະຫາຊົນ ແລະ ສັງຄົມ. ໃນຊຸມປີຜ່ານມາ, ກອງທຶນຜູ້ປະສົບເຄາະຮ້າຍຈາກທິດພິດສີສົ້ມໄດ້ລະດົມທຶນເປັນຈຳນວນ 2.660 ຕື້ດົ່ງ ເພື່ອຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ. ມີໝູ່ບ້ານສັນຕິພາບ, ໝູ່ບ້ານມິດຕະພາບ 12 ແຫ່ງ ແລະ ສູນເດັກນ້ອຍພິການ, ສູນໜູນຊ່ວຍສັງຄົມ ຫຼາຍແຫ່ງພວມຟື້ນຟູນສຸຂະພາບ, ສັ່ງສອນ, ລ້ຽງດູ ເດັກນ້ອຍພິການນັບພັນຄົນ ຈາກທາດພິດສີສົ້ມ, ຊ່ວຍໃຫ້ເຂົາເຈົ້າບືນຕົວຂຶ້ນໃນຊີວິດການເປັນຢູ່.

ຕອບກັບ

ຂ່າວ/ບົດ​ອື່ນ