ຜູ້ແທນກ່ວາ 1000 ທ່ານຈະເຂົ້າຮ່ວມ ກອງປະຊຸມຂັ້ນສູງດຳເນີນທຸລະກິດ ແລະ ການລົງທຶນອາຊຽນ

ຜູ້ແທນກ່ວາ 1000 ທ່ານຈະເຂົ້າຮ່ວມ ກອງປະຊຸມຂັ້ນສູງດຳເນີນທຸລະກິດ ແລະ ການລົງທຶນອາຊຽນ - ảnh 1

(ພາບປະກອບ:tamnhin.net)

(VOV)- ກອງ​ປະຊຸມ​ຂັ້ນສູງ​ດຳ​ເນີນ​ທຸລະ​ກິດ ​ແລະ ການ​ລົງທຶນ​ອາ​ຊຽນ (ASEAN-BIS) ຄັ້ງທີ 9 ຈະ​ຖືກ​ຈັດ​ຂຶ້ນ​ຢູ່​ພະນົມ​ເປັນ​ ປະ​ເທດ​ກຳປູ​ເຈຍ ຊື່ງຄາດ​ວ່າ​ຈະ​ດຶງ​ດູດ​ການ​ເຂົ້າຮ່ວມ​ຂອງ​ຜູ້​ແທນ 1000 ກ່ວາ​ທ່ານ. ​ແຈ້ງ​ການ​ໜັງສືພິມ​​ໃນ​ວັນ​ທີ 13/11 ຂອງ​ຄະນະ​ເລຂາ​ອາ​ຊຽນ​ ​ໃຫ້​ຮູ້​ວ່າ: ASEAN-BIS ​ໂດຍ​ສະພາ​ທີ່​ປຶກສາ​ການ​ດຳ​ເນີນ​ທຸລະ​ກິດ​ອາ​ຊຽນ (ASEAN-BAC) ​ແລະ ຫ້ອງການ​ການ​ຄ້າ​ກຳປູ​ເຈຍ ສົມທົບ​ກັນ​ຈັດ​ຂຶ້ນ​ແມ່ນ​ເຫດການ​ຢູ່​ນອກ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ​ແລະ ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ (EAS) ຊື່​ງຈະ​ດຳ​ເນີນ​ໃນ​ເດືອນ 11/2012 ນີ້ຢູ່​ພະນົມ​ເປັນ​ປະ​ເທດ​ກຳປູ​ເຈຍ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ປະ​ມຸລັດ ​ແລະ ຜູ້ນຳ​ໜ້າ​ລັດຖະບານ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ​ແລະ ບັນດາ​ຄູ່​ຮ່ວມ​ມື, ຄູ່​ເຈລະຈາ​ຂອງ​ອາ​ຊຽນ ຢ່າງ​ໜ້ອຍ​ສຸດ 16 ທ່ານ. ASEAN-BIS ຄັ້ງທີ 9 ຈະ​ຢັ້ງຢືນ​ທີ່​ຕັ້ງຂອງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ (AEC) ​ໃນ​ປະຊາ​ຄົມ​ໂລກ ດ້ວຍ​ການ​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ບັນຫາ​ບົ່ມ​ຊ້ອນ​ດ້ານ​ພະລັງງານ​ຜະລິດ​ຄືນ​ໃນ​ອາ​ຊຽນ; ການ​ເຊື່ອມ​ຈອດ​ອາ​ຊຽນ ​ແລະ ພັດທະນາ​ພື້ນ​ການ​ໂຄງ​ລ່າງ….

 

 

 

 

ຂ່າວ/ບົດ​ອື່ນ