ຜູ້ແທນຊາວໜຸ່ມຫວຽດນາມ,ລາວ,ກຳປູເຈຍປຶກສາຫາລືກ່ຽວກັບບັນດາມາດຕະການເພີ່ມທະວີຮັດແໜ້ນການພົວພັນ

(VOVWORLD) -“ເພີ່ມທະວີການສຶກສາມູນເຊື້ອ, ຍູ້ແຮງການແລກປ່ຽນການຄ້າ, ຍົກສູງປະສິດທິຜົນການຮ່ວມມືໃນບັນດາການເຄື່ອນໄຫວອາສາສະໝັກເພື່ອປະຊາຄົມລະຫວ່າງຊາວໜຸ່ມ 3 ປະເທດ” ແມ່ນບັນດາເນື້ອໃນຕົ້ນຕໍເຊິ່ງໄດ້ຍົກອອກມາທີ່ກອງປະຊຸມຮ່ວມມືຊາວໜຸ່ມຫວຽດນາມ - ລາວ - ກຳປູເຈຍ ປີ 2017

ຜູ້ແທນຊາວໜຸ່ມຫວຽດນາມ,ລາວ,ກຳປູເຈຍປຶກສາຫາລືກ່ຽວກັບບັນດາມາດຕະການເພີ່ມທະວີຮັດແໜ້ນການພົວພັນ - ảnh 1ກອງປະຊຸມຮ່ວມມືຊາວໜຸ່ມຫວຽດນາມ - ລາວ - ກຳປູເຈຍ ປີ 2017

(ພາບ: TTXVN)

ໂດຍສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ ຈັດຕັ້ງໃນຕອນເຊົ້າວັນທີ 08 ກັນຍາ ຢູ່ນະຄອນໂຮ່ຈິມິນ. ທີ່ກອງປະຊຸມ, ຜູ້ແທນຫຼາຍຄົນຖືວ່າ: ຫວຽດນາມ - ລາວ - ກຳປູເຈຍ ຄວນເພີ່ມທະວີການເຄື່ອນໄຫວພົບປະແລກປ່ຽນການນຳຂັ້ນສູງກວ່າອີກ. ການເຄື່ອນໄຫວພົວພັນແລກປ່ຽນວັດທະນະທຳ, ບັນດາລາຍການສົມທົບກັນ, ໜູນຊ່ວຍຢູ່ບັນດາເຂດຊາຍແດນ 3 ປະເທດໃນໄລຍະຈະມາເຖິງ ຄວນໄດ້ຮັບການຍູ້ແຮງກວ່າອີກ. ກ່ຽວກັບບັນດາມາດຕະການຊຸກຍູ້ການຮ່ວມມືແລກປ່ຽນການຄ້າລະຫວ່າງວິສາຫະກິດໜຸ່ມ 3 ປະເທດ, ມີຫຼາຍຄຳເຫັນໄດ້ຖືວ່າ, ໃນໄລຍະຈະມາເຖິງບັນດາຝ່າຍຄວນມີການເຄື່ອນໄຫວຮ່ວມມືດ້ານເສດຖະກິດດ້ວຍຂະໜາດຕ່າງໆໃຫ້ຫຼາຍກວ່າອີກ. ບໍ່ພຽງແຕ່ເພີ່ມທະວີການລົງທຶນລະຫວ່າງ 3 ປະເທດເທົ່ານັ້ນ, ຫາກຫວຽດນາມ - ລາວ - ກຳປູເຈຍ ຄວນສົມທົບກັນເພື່ອດຶງດູດແຫຼ່ງລົງທຶນຈາກພາກພື້ນ ກໍຄືໃນໂລກອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ