ຝົນ​ຕົກ​ນ້ຳ​ຖ້ວມ​​ກໍ່ໃຫ້​ເກີດ​ຜົນ​ເສຍ​ເຫຍ​ນັບ​ທັງ​ຊີ​ວິດ​ອິນ​ຊີ ແລະ ຊັ​ບ​ສິນຢູ່ຫຼາຍ​ປະ​ເທດ​ເອີ​ຣົບ

(VOVWORLD) - ໂທລະພາບແຫ່ງຊາດ TRT Haber ຂອງ ຕວັກກີ ໄດ້ໃຫ້ຂ່າວວ່າ ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 5 ຄົນ ພາຍຫຼັງເກີດມີຝົນຕົກນ້ຳຖ້ວມຢູ່ທາງທິດຕາເວັນຕົກສ່ຽງເໜືອຂອງປະເທດນີ້.
ຝົນ​ຕົກ​ນ້ຳ​ຖ້ວມ​​ກໍ່ໃຫ້​ເກີດ​ຜົນ​ເສຍ​ເຫຍ​ນັບ​ທັງ​ຊີ​ວິດ​ອິນ​ຊີ ແລະ ຊັ​ບ​ສິນຢູ່ຫຼາຍ​ປະ​ເທດ​ເອີ​ຣົບ - ảnh 1ສະພາບການຢູ່ ບຸນກາຣີ ວັນທີ 6 ກັນຍາ (ພາບ:AFP/TTXVN)

ວັນທີ 6 ກັນຍາ, ໂທລະພາບແຫ່ງຊາດ TRT Haber ຂອງ ຕວັກກີ ໄດ້ໃຫ້ຂ່າວວ່າ ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 5 ຄົນ ພາຍຫຼັງເກີດມີຝົນຕົກນ້ຳຖ້ວມຢູ່ທາງທິດຕາເວັນຕົກສ່ຽງເໜືອຂອງປະເທດນີ້.  ລະອຽດແມ່ນ, ມີຜູ້ເສຍຊີວິດ 3 ຄົນ ແລະ ຜູ້ຫາຍສາບສູນ 3 ຄົນ ຢູ່ແຂວງ Kirklareli, ໃກ້ກັບຊາຍແດນ ບຸນກາຣີ ແລະ ເກຼັກ. ໃນຂະນະນັ້ນ, ຢູ່ Istanbul ມີຜູ້ເສຍຊີວິດ 2 ຄົນ ແລະ ຜູ້ຖືກຮັບບາດເຈັບ 31 ຄົນ.

        ກໍໃນວັນດຽວກັນ, ເຈົ້າໜ້າທີ່ ເກຼັກ ໃຫ້ຮູ້ວ່າ ຝົນຕົກນ້ຳຖ້ວມທີ່ເກີດຢູ່ພາກກາງປະເທດນີ້ ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 2 ຄົນ ແລະ ຜູ້ຫາຍສາບສູນ 3 ຄົນ, ພ້ອມທັງທຳລາຍພື້ນຖານດ້ານວັດຖຸໃຫ້ເປ່ເພເປັນຈຳນວນຫຼາຍ. ພາຍຸ Daniel, ໄດ້ພັດໄປຜ່ານ ເກຼັກ ແຕ່ວັນທີ 4 ກັນຍາ, ເຊິ່ງໄດ້ເຮັດໃຫ້ເກີດດິນເຊາະເຈື່ອນ, ຂົວຖືກເປ່ເພ ແລະ ເສົາໄຟຟ້າຫັກ, ລົດໂອໂຕຫຼາຍຄັນຖືກນ້ຳພັດໄປ.

        ຢູ່ ບຸນກາຣີ, ເຈົ້າໜ້າທີ່ໃຫ້ຮູ້ວ່າ ຈຳນວນຜູ້ເສຍຊີວິດຍ້ອນຝົນຕົກໜັກ ແລະ ນ້ຳຖ້ວມຢູ່ທະເລດຳຂອງປະເທດນີ້ ໄດ້ເພີ່ມຂຶ້ນ 3 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ