ຝລັ່ງ, ອັງກິດ ແລະ ຢູແກຼນ ລົງນາມໃນຖະແຫຼງການກ່ຽວກັບການຜັນຂະຫຍາຍກຳລັງນານາຊາດພາຍຫຼັງຢຸດຍິງ
(VOVWORLD) - ກຳລັງນີ້ຈະໄດ້ຮັບການຈຳກັດຈຳນວນທະຫານ 800.000 ຄົນ ພາຍໃຕ້ການໜູນຊ່ວຍຂອງບັນດາສຳພັນທະມິດຂອງ ຢູແກຼນ ແລະ ອາເມລິກາ.
ໃນວາລະປະຊຸມຂອງບັນດາສຳພັນທະມິດ ຢູແກຼນ ທີ່ໄດ້ດຳເນີນຢູ່ນະຄອນຫຼວງ ປາຣີ, ໃນວັນທີ 06 ມັງກອນ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron, ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer ແລະ ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໄດ້ລົງນາມໃນຖະແຫຼງການກ່ຽວກັບແນວຄິດຢາກສ້າງຕັ້ງກຳລັງທະຫານນານາຊາດ ແນໃສ່ຕິດຕາມກວດກາ ແລະ ຮັບປະກັນຄວາມໝັ້ນຄົງຢູ່ Kiev ພາຍຫຼັງຄຳສັ່ງຢຸດຍິງໄດ້ຮັບການສ້າງຕັ້ງຂຶ້ນ. ນີ້ແມ່ນບາດກ້າວກະກຽມທີ່ສຳຄັນ ມຸ່ງໄປເຖິງເປົ້າໝາຍຮັກສາສັນຕິພາບໃນອະນາຄົດຢູ່ພາກພື້ນນີ້.
ລະອຽດ, ບັນດາການນຳໃຫ້ຮູ້ວ່າ ກຳລັງນີ້ຈະໄດ້ຮັບການຈຳກັດຈຳນວນທະຫານ 800.000 ຄົນ ພາຍໃຕ້ການໜູນຊ່ວຍຂອງບັນດາສຳພັນທະມິດຂອງ ຢູແກຼນ ແລະ ອາເມລິກາ. ເຖິງຢ່າງໃດກໍຕາມ, ກຳລັງນານາຊາດທີ່ໄດ້ສ້າງຕັ້ງຂຶ້ນ ບໍ່ໄດ້ເຂົ້າຮ່ວມບັນດາການປະທະກັນໂດຍກົງໃນປັດຈຸບັນ. ແທນທີ່ນັ້ນ, ບົດບາດຕົ້ນຕໍຂອງເຂົາເຈົ້າແມ່ນຮັບປະກັນບັນດາມາດຕາຂອງຂໍ້ຕົກລົງຢຸດຍິງໃນອະນາຄົດໄດ້ຮັບຄວາມເຄົາລົບ ແລະ ສ້າງເງື່ອນໄຂເປັນປົກກະຕິເພື່ອສ້າງສາປະເທດຄືນໃໝ່.
ນັກຂ່າວ VOV ປະຈຳ ຝລັ່ງ