ຝລັ່ງແບ່ງປັນບົດຮຽນກ່ຽວກັບຄວາມປອດໄພແລະຄວາມໝັ້ນຄົງດ້ານພົນລະເຮືອນໃຫ້ແກ່ຫວຽດນາມ

ຝລັ່ງແບ່ງປັນບົດຮຽນກ່ຽວກັບຄວາມປອດໄພແລະຄວາມໝັ້ນຄົງດ້ານພົນລະເຮືອນໃຫ້ແກ່ຫວຽດນາມ - ảnh 1
ພາບ​ປະ​ກອບ:vtv.vn

(vovworld)-  ກອງ​ປະ​ຊຸມ​ສຳ​ມະ​ນາ​ລະ​ຫວ່າງ ຝ​ລັ່ງ ແລະ ຫວຽດ​ນາມ ກ່ຽວ​ກັບ​ຄວາມ​ປອດ​ໄພ ແລະ ຄວາມ​​ໝັ້ນ​ຄົງ​ດ້ານ​ພົນ​ລະ​ເຮືອນ​ຢູ່​ຫວຽດ​ນາມ ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 24/9 ຢູ່ ຮ່າ​ໂນ້ຍ. ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ຜູ້​ຊ່ຽວ​ຊານ​ຄວາມ​ໝັ້ນ​ຄົງ​ດ້ານ​ພົນ​ລະ​ເຮືອນ ຝ​ລັ່ງ ໄດ້​ແນະ​ນຳ​ຮູບ​ແບບ​ດັບ​ເພິງ ແລະ ກູ້​ໄພ ຢູ່ ຝ​ລັ່ງ ຊື່ງ​ແມ່ນ​ຮູບ​ແບບ​ດີ​ເດັ່ນ​ໃນ​ໂລກ ແລະ ວິ​ທີ​ຈັດ​ຕັ້ງ​ບັນ​ດ​າ​ອົງ​ການ​ດັບ​ເພິງ ແລະ ກູ້​ໄພ ຂອງ​ຝ​ລັ່ງ ຢູ່ ຂັ້ນ​ແຂວງ, ນະ​ຄອນ. ນອກນັ້ນ ມີ 9 ບໍ​ລິ​ສັດ​ຂອງ​ຝ​ລັ່ງ ສະ​ຫນອງ​ອຸ​ປະ​ກອນ​ປ້ອງ​ກັນ ແລະ ແກ້​ໄຂ​ໃນ​ກໍ​ລະ​ນີ​ຮີບ​ດ່ວນ​ຄື: ໄຟ​ໄໝ້, ໄພ​ນ້ຳ​ຖ້ວມ, ອຸ​ປະ​ຕິ​ເຫດ​ທາງ​ບົດ, ທາງ​ທະ​ເລ ແລະ​ເຂດ​ພູ​ດອຍ ຈະ​ແບ່ງ​ປັນ​ບົດ​ຮຽນ​ວິ​ຊາ​ສະ​ເພາະ ແລະ ກຳ​ລັງ​ຄວາມ​ສາ​ມາດ​ໃນ​ຂົງ​ເຂດ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ ແລະ ຄວາມ​ໝັ້ນ​ຄົງ​ດ້ານ​ພົນ​ລະ​ເຮືອນ​ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ພັນ​ເອກ ດ​ວານ​ຫືວ​ທັງ, ຮອງ​ຫົວ​ຫນ້າ​ກົມ​ຕຳ​ຫລວດດັບ​ເພິງ ແລະ ກູ້​ໄພ ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “ຫວັງ​ວ່າ ໝາກ​ຜົນ​ຂອງກ​ອງ​ປະ​ຊຸມ​ສຳ​ມະ​ນານີ້ ຈະ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ ລັດ​ຖະ​ບານ​ຫວຽດ​ນາມ ແລະ ລັດ​ຖະ​ບານ ຝ​ລັ່ງ ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ​ເຫດ, ຮັບ​ປະ​ກັນ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ. ​ຄຽງ​ຄູ່ກັນ​ນັ້ນ ຫວຽດ​ນາມ ປາດ​ຖະ​ຫນາຢາດ​ໄດ້​ຮັບ​ການ​ຫນູນ​ຊ່ວຍ​ຈາ​ກ​ລັດ​ຖະ​ບານ ຝ​ລັ່ງ ໃນ​ການ​ບຳ​ລຸງ​ສ້າງ​ກຳ​ລັງ​ດັບ​ເພິງ, ປະ​ກອບ​ພາ​ຫະ​ນະອຸ​ປະ​ກອນ​ຮັບ​ໃຊ້​ວຽກ​ງານ​ປ້ອງ​ກັນ ແລະ ດັບ​ເພິງ, ກູ້​ໄພ​ກູ້​ຊີບ​ໃຫ້​ແກ່​ກຳ​ລັງ​​ປ້ອງ​ກັນ ແລະ ດັບ​ເພິງ​ຫວຽດ​ນາມ.”

 

 

 

ຂ່າວ/ບົດ​ອື່ນ