ຝະຣັ່ງ ກ່າວເຕືອນຄວາມສ່ຽງເກີດໄພສົງຄາມຖ້າຫາກ ອາເມລິກາ ຖອນຕົວອອກຈາກຂໍ້ຕົກລົງ ອີຣານ

(VOVWORLD) - ທ່ານປະທານາທິບໍດີ ຝະຣັ່ງ Emmanuel Macron ໄດ້ກ່າວເຕືອນຄວາມສ່ຽງເກີດໄພສົງຄາມ ຖ້າຫາກທ່ານປະທານາທິບໍດີ ອາເມລິກາ Donald Trump ຖອນຕົວອອກຈາກຂໍ້ຕົກລົງນິວເຄຼຍ
ຝະຣັ່ງ ກ່າວເຕືອນຄວາມສ່ຽງເກີດໄພສົງຄາມຖ້າຫາກ ອາເມລິກາ ຖອນຕົວອອກຈາກຂໍ້ຕົກລົງ ອີຣານ - ảnh 1 ທ່ານປະທານາທິບໍດີ ຝະຣັ່ງ Emmanuel Macron (ພາບ AFP/TTXVN)

ຊຶ່ງ ອີຣານ ໄດ້ລົງນາມກັບກຸ່ມ P5+1 ເມື່ອປີ 2015 (ລວມມີ 5 ປະເທດເປັນກຳມະການປະຈຳສະພາຄວາມໝັ້ນຄົງສະຫະປະຊາຊາດຄື ຈີນ, ຝະຣັ່ງ, ລັດເຊຍ, ອັງກິດ, ອາເມລິກາ ແລະ ເຢຍລະມັນ). ເຖິງຢ່າງໃດກໍ່ຕາມ, ຕາມການນຳ ຝະຣັ່ງ ແລ້ວ, ນີ້ບໍ່ແມ່ນເຈດຈຳນົງຂອງທ່ານປະທານາທິບໍດີ ອາເມລິກາ.

        ທ່ານປະທານາທິບໍດີ ອາເມລິກາ Donald Trump ຍາມໃດກໍ່ຖືວ່າ: ຂໍ້ຕົກລົງນິວເຄຼຍ ອີຣານ ກັບກຸ່ມ P5+1 ແມ່ນຂໍ້ຕົກລົງທີ່ຊົ່ວຊ້າທີ່ສຸດໃນປະຫວັດສາດຂອງ ອາເມລິກາ ແລະ ທ່ານຖະແຫຼງວ່າ ຈະຖອນຕົວອອກຈາກຂໍ້ຕົກລົງນີ້ ນັບແຕ່ວັນທີ 12 ພຶດສະພາ ຖ້າຫາກເນື້ອໃນຂໍ້ຕົກລົງບໍ່ໄດ້ຮັບການປັບປຸງຕາມທິດແຂງກະດ້າງກ່ວາກັບ ອີຣານ.

ຕອບກັບ

ຂ່າວ/ບົດ​ອື່ນ