ຝ່າຍຄ້ານຊີຣີເຂົ້າຮ່ວມການເຈລະຈາຢູ່ເຊີແນວ

ຝ່າຍຄ້ານຊີຣີເຂົ້າຮ່ວມການເຈລະຈາຢູ່ເຊີແນວ - ảnh 1
ກອງ​ປະ​ຊຸມ​ຂອງ​ສ​ປ​ຊ ກ່ຽວ​ກັບ​ບັນ​ຫາ​ຊີ​ຣີ ຢູ່ ນິວຢອກ
ເມື່ອ​ວັນ​ທີ 27/1
ພາບ:AFP/TTXVN

(vovworld)- ພາຍ​ຫລັງ​ປືກ​ສາ​ຫາ​ລື​ມາ​ເປັນ​ເວ​ລາ 4 ວັນ​ຢູ່ ນະ​ຄອນ​ຫລວງ Riyadh ຂອງ ຊາ​ອຸ​ດີ ອາ​ຣັບ​ບີ, ວັນ​ທີ 29/1 ຄຳ​ນະ​ກຳ​ມະ​ການ​ເຈ​ລະ​ຈາ​ຂັ້ນ​ສູງ, ອ​ົງ​ການ​ຜູ້​ຕາງ​ຫນ້າ​ໃຫ້​ຝ່າຍ​ຄ້ານ​ການ​ເມືອງ ແລະ ປະ​ກອບ​ອາ​ວຸດ ຊີ​ຣີ ໄດ້​ຖະ​ແຫລງ​ຈະ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ ໂດຍ ສ​ປ​ຊ ອຸ​ປະ​ຖຳ ດ​ຳ​ເນີນ​ໄປ​ຢູ່ ເຊີ​ແນວ ປະ​ເທດ​ສະ​ວິດ. ທ່ານ Assad al Zoabi, ຫົວ​ຫນ້າ​ຄະ​ນະ​ຜູ້​ແທນ ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ ໃຫ້​ຮູ້​ວ່າ ກຸ່ມນີ້ ໄດ້​ຮັບ​ບັນ​ດາ​ສິ່ງ​ທີ່​ຮັບ​ປະ​ກັນ ຊື່ງ​ເຂົາ​ເຈົ້າ​ໄດ້​ຊອກ​ຫາ​ກ່ຽວ​ກັບ​ການ​ຢຸດ​ຖີ້ມ​ລະ​ເບີດ​ຫວ່ານ​ໃສ່​ບັນ​ດາ​ເຂດ​ພົນ​ລະ​ເຮືອນ ແລະ ຢຸດ​ຕິ​ການ​ປີດ​ລ້ອມ. ຕາມ​ທ່ານ al Zoabi, ຄະ​ນະ​ກຳ​ມະ​ການ​ເຈ​ລະ​ຈາ​ຂັ້ນ​ສູງ ຈະ​ສົ່ງ 30-35 ຄົນ​ໄປ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ຢູ່ ເຊີ​ແນວ ແລະ ຄາດ​ວ່າ ຈະ​ມີ​ການ​ປຶກ​ສາ​ຫາ​ລື​ກັບ ທູດ​ພິ​ເສດ ສ​ປ​ຊ ກ່ຽວ​ກັບ​ຊີ​ຣີ ໃນ​ວັນ​ທີ 31/1.

ຂ່າວ/ບົດ​ອື່ນ