ຝ່າຍຄ້ານຊີຣີເຫັນດີເຊື່ອມຕໍ່ການເຈລະຈາກັບລັດເຊຍຄືນໃໝ່

(VOVWORLD) -ດ້ວຍບົດບາດເປັນຄົນກາງໄກ່ເກ່ຍຂອງຈໍແດນ ໄດ້ເສີມຂະຫຍາຍປະສິດທິຜົນ ເມື່ອເກ້ຍກ່ອມໃຫ້ຝ່າຍຄ້ານຊີຣີ ກັບຄືນສູ່ໂຕະເຈລະຈາກັບວົງການເຈົ້າໜ້າທີ່ລັດເຊຍ ສຳເລັດກ່ຽວກັບຂໍ້ຕົກລົງສຸດທ້າຍ ເພື່ອຢຸດຕິໄພເກີດການປະທະກັນ ແລະ ຊ່ວຍລັດຖະບານຊີຣີ ອາດສາມາດຍາດໄດ້ສິດຄວບຄຸມແຂວງພາກໃຕ້ Daraa.
ຝ່າຍຄ້ານຊີຣີເຫັນດີເຊື່ອມຕໍ່ການເຈລະຈາກັບລັດເຊຍຄືນໃໝ່ - ảnh 1(ພາບປະກອບ: THX/ TTXVN)

ວັນທີ 05 ກໍລະກົດ, ໂຄສົກຂອງຝ່າຍລຸກຮື້ຂຶ້ນຊີຣີ Ibrahim al Jabawi ໃຫ້ຮູ້ວ່າ, ຄາດວ່າ 2 ຝ່າຍຈະດຳເນີນການປຶກສາຫາລືໃນຕອນຄ່ຳວັນດຽວກັນ (ຕາມເວລາທ້ອງຖິ່ນ) ຢູ່ເທດສະບານເມືອງ Busra al Sham, ເຊິ່ງແມ່ນສະຖານທີ່ເຄີຍດຳເນີນຮອບເຈລະຈາມາແລ້ວ 4 ຄັ້ງລະຫວ່າງຝ່າຍຄ້ານຊີຣີ ແລະ ວົງການເຈົ້າໜ້າທີ່ລັດເຊຍ.

      ໃນຂະນະນັ້ນ, ບັນດາສະມາຊິກຝ່າຍຄ້ານໃຫ້ຮູ້ວ່າ, ການເຈລະຈາຈະສຸມໃສ່ປຶກສາຫາລືກ່ຽວກັບບັນດາຈຸດທີ່ແຕກຕ່າງກັນ, ລວມທັງເລື່ອງ ຝ່າຍລຸກຮື້ຂຶ້ນຈະມອບສົ່ງອາວຸດໃນເທື່ອດຽວ ຫຼື ມອບຕາມແຕ່ລະໄລຍະ ກ່ອນທີ່ຈະມີການມອບສົ່ງບັນດາເຂດໂດຍກຳລັງນີ້ຄວບຄຸມໃຫ້ລັດຖະບານ ພາຍໃຕ້ການຕິດຕາມກວດກາຂອງກຳລັງຕຳຫຼວດ ແລະ ກອງທັບລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ