(vovworld) - ພາຍຫຼັງຈັດການປະຊຸມມາເປັນເວລາຫຼາຍມືຢູ່ Doha, Qatar, ວັນທີ 9/11, ສະພາຊົນເຜົ່າຊີຣີ (SNC) ໄດ້ເລືອກທ່ານ George Sabra, ເຄີຍເປັນໂຄສົກຂອງອົງການນີ້ ເປັນການນຳຄົນໃໝ່ຂອງ SNC. ຕາມຊ່ອງໂທລະພາບ Al Jazeera ແລ້ວ, ໃນຖະແຫຼງການສະບັບໜຶ່ງໃນຖານະເປັນການນຳສະພາຊົນເຜົ່າ, ທ່ານ Sabra ໃຫ້ຄຳໝັ້ນສັນຍາວ່າ ຈະມານະພະຍາຍາມຮ່ວມມືກັບບັນດາກຸ່ມຝ່າຍຄ້ານອື່ນ ເພື່ອແນໃສ່ສືບຕໍ່ເພີ່ມຄວາມດັນຕໍ່ອຳນາດການປົກຄອງຂອງທ່ານປະທານນາທິບໍດີ Basha al Assad. ພາຍໃຕ້ການໜູນຫຼັງຂອງຝ່າຍຕາເວັນຕົກ ແລະ ບາງປະເທດໃນພາກພື້ນ, ໃນນັ້ນມີ Qatar, ບັນດາກຸ່ມຝ່າຍຄ້ານຊີຣີ ທີ່ພວມຕັ້ງໜ້າເພີ່ມທະວີຄວາມສາມັກຄີ ແລະ ເປັນເອກະພາບກັນ ເພື່ອປະຕິບັດຈຸດໝາຍໂຄ່ນລົ້ມອຳນາດການປົກຄອງຊີຣີ.