ຝ່າຍຊ້າຍຍາດໄດ້ໄຊຊະນະໃນການເລືອກຕັ້ງປະທານາທິບໍດີ Uruguay

ຝ່າຍຊ້າຍຍາດໄດ້ໄຊຊະນະໃນການເລືອກຕັ້ງປະທານາທິບໍດີ Uruguay - ảnh 1
ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ແນວ​ໂຮມ​ເປີດ​ກວ້າງ, ທ່ານ Tabare Vazquez
(ພາບ: El Pais)


(vovworld) – ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ແນວ​ໂຮມ​ເປີດ​ກວ້າງ (FA) ທ່ານ Tabare Vazquez ຍາດ​ໄດ້​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ Uruguay ຮອບ​ທີ 2 ​ໃນ​ວັນ​ທີ 30/11, ຍົກ​ກຳນົດ​ເວລາກຳ​ອຳນາດຂອງ​ພັນທະ​ມິດ​ຕາມ​​ແນວທາງ​ຝ່າຍ​ຊ້າຍ​ດັ່ງກ່າວ​ຂຶ້ນ​ເຖິງ 15 ປີ. ທ່ານ Tabare Vazquez ​ໄດ້​ນຳ​ໜ້າ​ຄູ່​ແຂ່ງ​ແມ່ນ​ສະມາຊິກ​ສະພາ​ຕໍ່າ Luis Lacalle Pou, ຜູ້ຕາງ​ໜ້າ​ພັກ​ແຫ່ງ​ຊາດ (PN) ຕາມ​ທິດ​ກາງ​ດ້ວຍ 12 ຄະ​ແນນ. ​ເຖິງ​ວ່າ ສານ​ເລືອກ​ຕັ້ງ​ຂອງ Uruguay ຍັງ​ບໍ່​ທັນ​ປະກາດ​ໝາກຜົນ​ການ​ນັບ​ບັດ, ທ່ານ Tabare Vazquez ​ໄດ້​ປະກາດ​ໄຊ​ຊະນະ​ໃນ​ການ​ເລືອກ​ຕັ້ງ ​ແລະ ຄູ່​ແຂ່ງ​ຂອງ​ທ່ານກໍ່​ຍອມຮັບ​ການ​ປະລາ​ໄຊ. ນີ​ແມ່ນ​ໄຊຊະນະ​ຄັ້ງ​ທີ 3 ຢ່າງ​ລຽນ​ຕິດ​ຂອງ FA ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ.

        ຄາດ​ວ່າ, ທ່ານ Tabare Vazquez ຈະ​ຮັບ​ດຳລົງ​ຕຳ​ແໜ່​ງອາຍຸ​ການ​ທີ 2 ​ໃນ​ວັນ​ທີ 01/03/2015, ກ່າຍ​ເປັນ​ປະທານາທິບໍດີ​ຜູ້​ທີ 3 ຂອງ Uruguay ​ໃນ​ອາຍຸ​ການ​ໃນ 2 ​ສະຕະ​ວັດ​ນີ້.

ຂ່າວ/ບົດ​ອື່ນ