ພັກ, ລັດ, ອຳນາດການປົກຄອງຂັ້ນຕ່າງໆຍາມໃດກໍຮ່ວມເດີນທາງພ້ອມກັບກຳມະກອນ

ພັກ, ລັດ, ອຳນາດການປົກຄອງຂັ້ນຕ່າງໆຍາມໃດກໍຮ່ວມເດີນທາງພ້ອມກັບກຳມະກອນ - ảnh 1
​ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ທີ່​ການ​ໂອ້​ລົມ​ສົນ​ທະ​ນາ​ກັບ​ກຳ​ມະ​ກອນ​ຊາວ​ຜູ້​ອອກ​ແຮງ​ງານເຂດ​ພາກ​ໃຕ້​


(vovworld)- ພັກ​, ລັດ, ອຳ​ນາດ​ການ​ປົກ​ຄອງ​ຂັ້ນ​ຕ່າງໆ​ຍາມ​ໃດ​ກໍ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ກຳ​ມະ​ກອນ. ນີ້​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ທີ່​ການ​ໂອ້​ລົມ​ສົນ​ທະ​ນາ​ກັບ​ກຳ​ມະ​ກອນ​ຊາວ​ຜູ້​ອອກ​ແຮງ​ງານເຂດ​ພາກ​ໃຕ້​ຊຶ່ງ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 30/4 ຢູ່​ແຂວງ​ດົງ​ນາຍ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ​ວັນ​ກຳ​ມະ​ກອນ​ສາ​ກົນ 1/5. ມີ​ກຳ​ມະ​ກອນກວ່າ 3 ພັນ​ຄົນ​ໄດ້​ເຂົ້າ​ຮ່ວມ. ນີ້​ແມ່ນ ການ​ໂອ້​ລົມ​ສົນ​ທະ​ນາທີ່​ມີ​ຄວາມ​ໝາຍ​ພິ​ເສດ, ຢັ້ງ​ຢືນ​ທັດ​ສະ​ນະ​ຂອງ​ພັກ, ລັດ, ອຳ​ນາດ​ການ​ປົກ​ຄອງ​ຂັ້ນ​ຕ່າງໆ​ຊຶ່ຍາມໃດ​ກໍ​ຖື​ການ​ເບິ່ງ​ແຍງ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ໃຫ້​​ກຳ​ມະ​ກອນ​ຊາວ​ຜູ້​ອອກ​ແຮງ​ງານ ແມ່ນ​ໜ້າ​ທີ່​ສຳ​ຄັນ​ອັນ​ດັບ​ໜຶ່ງ. ລັດ​ຖະ​ບານ​ຍາມ​ໃດ​ກໍ​ມີ​ຄວາມ​ຫວັງ​ຢາກ​ຮັບ​ຟັງ​ຄຳ​ເຫັນ​ຂອງ​ກຳ​ມະ​ກອນເພື່ອສ້າງແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ໃຫ້​ສົມ​ບູນ​ແບບ ແນ​ໃສ່​ປະ​ຕິ​ບັດ​ໜ້າ​ທີ່​ຄຸ້ມ​ຄອງ, ບໍ​ລິ​ຫານ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ.

 

ຂ່າວ/ບົດ​ອື່ນ