ພັກກອມມູນິດຫຼາຍປະເທດອວຍພອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ

(VOVWORLD) -ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ຈະປະກອບສ່ວນແກ້ໄຂບັນດາສິ່ງທ້າທາຍໃຫຍ່ຂອງໂລກ ໃນຈຸດເວລາທີ່ມີລັກສະນະຕັດສິນຕໍ່ມວນມະນຸດ.
ພັກກອມມູນິດຫຼາຍປະເທດອວຍພອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ - ảnh 1(ພາບປະກອບ)

ໃນໂທລະເລກສົ່ງເຖິງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ, ທ່ານເລຂາທິການໃຫຍ່ພັກກອມມູນິດຝລັ່ງ (PCF) Fabien Roussel ໄດ້ຢືນຢັນຄວາມຕັດສິນໃຈຮຽງບ່າຮຽງໄຫຼ່ຂອງ 2 ພັກໃນຍຸກສະໄໝໃໝ່, ພ້ອມທັງຖືວ່າ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ຈະປະກອບສ່ວນແກ້ໄຂບັນດາສິ່ງທ້າທາຍໃຫຍ່ຂອງໂລກ ໃນຈຸດເວລາທີ່ມີລັກສະນະຕັດສິນຕໍ່ມວນມະນຸດ. ທ່ານ Fabien Roussel ກໍ່ເນັ້ນໜັກວ່າ, ຍາມໃດ ພັກກອມມູນິດຝລັ່ງ ກໍ່ຕິດຕາມຄວາມມານະພະຍາມຂອງຫວຽດນາມ ໃນການຜັນຂະຫຍາຍຮູບແບບການພັດທະນາເສດຖະກິດສັງຄົມຢ່າງສຳເລັດຜົນ ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກຂອງສະພາບການໃນປະຈຸບັນ.

        ທ່ານ Vojtech Filip, ປະທານພັກກອມມູນິດສ.ເຊັກໂກ ແລະ ໂມຣາເວຍ, ຫາກໍ່ສົ່ງຄຳອວຍພອນເຖິງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ. ໃນສານຂອງຕົນ, ທ່ານ Vojtech Filip ຫວັງວ່າ, ການພົວພັນລະຫວ່າງ 2 ພັກຈະນັບມື້ນັບພັດທະນາກວ່າອີກ ດ້ວຍໜ້າທີ່ລວມແມ່ນຕໍ່ສູ້, ຕ້ານວິກິດການຂອງລັດທິທຶນນິຍົມໃນທົ່ວໂລກ ແລະ ນຳມາເຊິ່ງຊີວິດທີ່ດີງາມກວ່າໃຫ້ແກ່ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ