ພັກກອມມູນິດອິນເດຍສະເຫລີມສະຫລອງ124ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມີນ

ພັກກອມມູນິດອິນເດຍສະເຫລີມສະຫລອງ124ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມີນ - ảnh 1
ບັນດາຜູ້ແທນເຂົ້າຮ່ວມພິທີສະເຫລີມສະຫລອງວັນຄ້າຍວັນເກີດ
ປະທານໂຮ່ຈິມີນ
ພາບ:baomoi.com


(vovworld)- ຕອນ​ບ່າຍ​ວັນ​ທີ 31/5, ຢູ່ ນະຄອນຫລວງ New Delhi, ພັກ​ກອມ​ມູນິດ​ ອິນ​ເດຍ ​ໄດ້​ຈັດ​ງານ​ມິດ​ຕິງ​ສະ​ເຫລີ​ມສະຫລອງ 124 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ​ໂຮ່ຈິ​ມີນ. ກ່າ​ວຄຳ​ເຫັນ​ນະ​ທີ່​ນີ້, ທ່ານ Sudhakar Reddy, ​ເລຂາ​ທິການ​ໃຫຍ່ ພັກ​ກອມ​ມູນິດ​ ອິນ​ເດຍ ​ໄດ້​ທົບ​ທວນ​ຄືນອາລົມ​ຈິດ​ຄວາມ​ຮັ​ກ​ແພງລະຫວ່າງ ປະທານ​ໂຮ່ຈິ​ມີນ ​ແລະ ນາຍົກລັດຖະມົນ​ຕີ ອິນ​ເດຍ ຄົນ​ທຳ​ອິດ, ທ່ານ Jawaharlal Nehru, ຊື່​ງ​ແມ່ນ​ບັນດາ​ການ​ນຳ​ກໍ່​ຕັ້ງ​ການ​ພົວພັນ​ມິດ​ມິດຕະພາບ​ຢ່າງ​ໝັ້ນ​ຄົງ​ລະຫວ່າງ​ປະຊາຊົນ​ຫວຽດນາມ ​ແລະ ປະຊາຊົນ​ອິນ​ເດຍ.

ຂ່າວ/ບົດ​ອື່ນ