ພັກກອມມູນິດອາບຟຣີກາໃຕ້ຝາກໂທລະເລກອວຍພອນກອງປະຊຸມໃຫຍ່ຄັ້ງທີ12ຂອງພັກກອມມູນິດຫວຽດນາມ

ພັກກອມມູນິດອາບຟຣີກາໃຕ້ຝາກໂທລະເລກອວຍພອນກອງປະຊຸມໃຫຍ່ຄັ້ງທີ12ຂອງພັກກອມມູນິດຫວຽດນາມ - ảnh 1
ທ່ານນາງ Reneva Fourie ມອບ​ສານອວ​ຍ​ພອນເພື່ອ​ສົ່ງ​ເຖິງ​ການ
​ນຳ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

Vovworld - ​ເພື່ອ​ຂ່ຳ​ນັບ​ຮັບ​ຕ້ອນກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພ​ັກ​ກອມ​ມູ​ນິດ ຫວຽດ​ນາມ, ຕອນ​ເຊົ້າ​ວັນ​ທີ 14/1, ຢູ່​ນະ​ຄອນຫຼວງ Pretoria, ​ສະ​ຖານ​ທູ​ດ ຫວຽດ​ນາມ ປະ​ຈຳປະ​ເທດ ອາ​ບ​ຟ​ຣີ​ກາ​ໃຕ້ ໄດ້​ຈັດ​ຕັ້ງ​​ງານ​ພົບ​ປະ​ສັງ​ສັນ​ລະ​ຫວ່າງ​ການ​ນຳ​ສະ​ຖານ​ທູດ ແລະ ບັນ​ດາ​ອົງ​ການ​ຕ​າງ​ໜ້າ​ຂອງ ຫວຽດ​ນາມ ປະ​ຈຳ ອາບ​ຟ​ຣີ​ກາ ໃຕ້ ກັບ​ຄະ​ນະ​ການ​ນຳ​ຫ້ອງ​ວ່າ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ ອາບ​ຟ​ຣີ​ກາ ໃຕ້ (SACP). ໂດ​ຍ​ຕາງ​ໜ້າ​​ຄະ​ນະ​ຜູ້​ແທນ​ພັກ​ກອມ​ມູ​ນິດ ອາບ​ຟ​ຣີ​ກາ ໃຕ້, ທ່ານນາງ Reneva Fourie, ກຳ​ມະ​ການ​ສູນ​ກາງ​ພັກ, ຫົວ​ໜ້າ​ຫ້ອງ​ວ່າ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ ອາບ​ຟ​ຣີ​ກາ ໃຕ້ ໄດ້​ມອບ​ໃຫ້​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູ​ດ ເລ​ຮູຍ​ຮ່​ວາງ ສານອວຍ​ພອນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່​ພັກ​ກອມ​ມູ​ນິດ ອາ​ບ​ຟ​ຣີ​ກາ ໃຕ້ Blade Nzimande ເພື່ອ​ສົ່ງ​ເຖິງ​ການ​ນຳ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ອວຍ​ພອນກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທ​ດ​ຄັ້ງ​ທີ 12. ໃນ​ໂທ​ລະ​ເລກ, ​ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່​ພັກ​ກອມ​ມູ​ນິດ Blade Nzimande ຢັ້ງ​ຢືນ​ວ່າ:  ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຖືກ​ຈັດ​ຕັ້ງ​ກົງ​ກັບ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 41 ປີ​ແຫ່ງ​ໄຊ​ຊະ​ນະ​ລັດ​ທິ​ຈັກ​ກະ​ພັດ​​ຜູ້ຮຸກ​ຮານ​ຢ່າງ​ສະ​ຫງ່າ​ລາ​ສີ ​ຂອງ​ປະ​ຊາ​ຊົນ ຫວຽດ​ນາມ. ພັກ​ກອມ​ມູ​ນິດ ​ ອາ​ບ​ຟ​ຣີ​ກາ ໃຕ້ ຕ​ີິ​ລາ​ຄາ​ສູງ​ບົດ​ບາດ​ອັນ​ໃຫຍ່ຫຼວງ​ຂອງ​ພັກ​ກອ​ມ​ມູ​ນິດ ຫວຽດ​ນາມ ໃນ​ຊຸ​ມ​​ເດືອນ​ປີ​ແຫ່ງສົງ​ຄາມ​ກໍ​ຄື​ໃນ​ພາ​ລະ​ກິດ​ສ້າງ​​ສາປະ​ເທດ​ຊາດ​ໃນ​ປ​ະ​ຈຸ​ບັນ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ ອາ​ບ​ຟ​ຣີ​ກາ ໃຕ້ ອວຍ​ພອນ​ໃຫ້​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັັກ​ກອມ​ມູ​ນິດ ຫວຽດ​ນາມ ບັນ​ລຸ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ.


ຕອບກັບ

ຂ່າວ/ບົດ​ອື່ນ