ພັກກຳອຳນາດຂອງນາຍົກລັດຖະມົນຕີ Shinzo Abe ໄດ້ຮັບໄຊຊະນະໃນການເລືອກຕັ້ງສະພາຕ່ຳ ຍີ່ປຸ່ນ

(VOVWORLD) - ການປ່ອນບັດເລືອກຕັ້ງສະພາຕ່ຳ ຍີ່ປຸ່ນ ໄດ້ສິ້ນສຸດລົງໃນຕອນຄ່ຳວັນທີ 22 ຕຸລາ. ສຳພັນທະມິດກຳອຳນາດລະຫວ່າງພັກເສລີປະຊາທິປະໄຕ (LDP) ແລະ ພັກ Komeito ຍາດໄດ້ໄຊຊະນະຢ່າງຂາດນັ້ນ ໃນການເລືອກຕັ້ງສະພາຕ່ຳ ຍີ່ປຸ່ນ ຄັ້ງທີ 48.
ພັກກຳອຳນາດຂອງນາຍົກລັດຖະມົນຕີ Shinzo Abe ໄດ້ຮັບໄຊຊະນະໃນການເລືອກຕັ້ງສະພາຕ່ຳ ຍີ່ປຸ່ນ - ảnh 1ພັກກຳອຳນາດຂອງນາຍົກລັດຖະມົນຕີ Shinzo Abe ໄດ້ຮັບໄຊຊະນະໃນການເລືອກຕັ້ງສະພາຕ່ຳ ຍີ່ປຸ່ນ ພາບ:Reuters

ຕາມໝາກຜົນແຫ່ງການນັບບັດເລືອກຕັ້ງ ທີ່ໄລ່ຮອດເວລາ 7 ໂມງ 30 ນາທີຕອນເຊົ້າວັນທີ 23 ຕຸລາ, ສຳພັນທະມິດກຳອຳນາດຍາດໄດ້ 321 / 465 ທີ່ນັ່ງຢູ່ສະພາຕ່ຳ, ສະເພາະແຕ່ພັກ LDP ຂອງທ່ານນາຍົກລັດຖະມົນຕີ Shinzo Abe ຍາດໄດ້ 283 ບ່ອນນັ່ງ. ພັກປະຊາທິປະໄຕສ້າງລັດຖະທຳມະນູນ ກາຍເປັນພັກຝ່າຍຄ້ານໃຫຍ່ສຸດຢູ່ສະພາຕ່ຳຍາດໄດ້ 54 ທີ່ນັ່ງ. ພັກຄວາມຫວັງຍາດໄດ້ 49 ທີ່ນັ່ງ.

        ໃນຕອນຄ່ຳວັນທີ 20 ຕຸລາ, ທ່ານນາຍົກລັດຖະມົນຕີ Shinzo Abe ປະກາດວ່າ ສືບຕໍ່ແຕ່ງຕັ້ງທ່ານ Taro Aso ດຳລົງຕຳແໜ່ງເປັນຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການເງິນ ແລະ ທ່ານ Taro Kono ຮັບດຳລົງຕຳແໜ່ງເປັນລັດຖະມົນຕີການຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ