ພັກກຳອຳນາດຍາດໄດ້ ໄຊຊະນະໃນການ ເລືອກຕັ້ງສະພາຕ່ຳຍີ່ປຸ່ນ


ພັກກຳອຳນາດຍາດໄດ້ ໄຊຊະນະໃນການ ເລືອກຕັ້ງສະພາຕ່ຳຍີ່ປຸ່ນ - ảnh 1

(ພາບ: Kyodo-TTXVN)

(vovworld)– ​ ​ ຕອນ​ເຊົ້າ​ວັນ​ທີ 15/12, ຄະນະ​ກຳມະການ​ເລືອກ​ຕັ້ງຍີ່ປຸ່ນ ​ໄດ້​ປະກາດ​ໝາກຜົນ​ການ​ເລືອກ​ຕັ້ງສະພາ​ຕ່ຳ​ຍີ່ປຸ່ນ​ຄັ້ງທີ 47 ຢ່າງ​ເປັນ​ທາງ​ການ, ຕາມ​ນັ້ນ​ແລ້ວ, ພັກ​ປະຊາທິປະ​ໄຕ​ເສລີ (LDP) ​ຍາດ​ໄດ້ 291 ທີ່​ນັ່ງໃນ​ຈຳນວນ​ທັງ​ໝົດ 475 ທີ່​ນັ່ງຢູ່ສະພາ​ຕ່ຳ​ຍີ່ປຸ່ນ. ພ້ອມ​ກັບພັກ NKP, ຄູ່​ຮ່ວມ​ມື​ຂອງ LDP, ສຳພັນ​ທະ​ມິດ​ກຳ​ອຳນາດຍາດ​ໄດ້ 326 ທີ່​ນັ່ງ, ກວມ  2/3 ທີ່​ນັ່ງ​​ໃນສະພາ​ຕ່ຳ. ​ໄຊຊະນະ​ນະ​ນີ້​ແມ່ນ​ປະຖົມ​ປັດ​ໃຈ​ທີ່​ສຳຄັນ​ເພື່ອ​​ໃຫ້ອຳນາດ​ການ​ປົກຄອງ​ຂອງ​ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ຍາດ​​ໄດ້​ທັງ​ທ່າ​ແຮງ ​ແລະ ກຳລັງ​ໃນ​ລາຍການເສດຖະກິດ, ການ​ປ້ອງ​ກັນຊາ​ດ ​ແລະ ການ​ຕ່າງປະ​ເທດ​ໃນ 4 ປີ​ຂ້າງ​ໜ້າ. ຍ້ອນ​​ມີທີ່​ນັ່ງ​ທັງ​ໝົດລື່ນ​ກາຍ​ຈຳນວນ​ກຳນົດ​ແມ່ນ 266 ທີ່​ນັ່ງ, LDP ​ແລະ NKP ຍາດ​ໄດ້​ທີ່​ຕັ້ງສຳຄັນ​ນັ້ນ​ແມ່ນ​ປະທານ​ບັນດາ​ອະນຸ​ກຳມະ​ການ ​ແລະ ​ກຳມະການ​ສ່ວນ​ຫຼາຍ​ຢູ່​ບັນດາ​ອະນຸ​ກຳມະການ​ນີ້./.

ຂ່າວ/ບົດ​ອື່ນ