ພັກກຳອຳນາດໄທກ່າວຫາຝ່າຍຄ້ານ

ພັກກຳອຳນາດໄທກ່າວຫາຝ່າຍຄ້ານ - ảnh 1
ການແຫ່ຂະບວນປະທ້ວງຕ້ານລັດຖະບານເມື່ອວັນທີ 25/3
(ພາບ:vntintuc24h.com)

(vovworld) –  ວັນ​ທີ 27/3, ພັກ​ເພື່ອ​ໄທ ​ໄດ້​ຝາກ​ຈົດໝາຍ​ໃຫ້​ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ແລະ ທ່າ​ນ​ເລຂາທິການ​ໃຫຍ່ ສປຊ Ban Ki – moon ​ເຊິ່ງປະ​ກາດ​ວ່າ, ຫຼັກການ​ປະ​ຊາ​ທິປະ​ໄຕ​ຢູ່ ​ໄທ​ ພວມ​ຖືກ​ຂີດ​ຂວາງ ​ແລະ ປະສົບ​ກັບຄວາມສັບສົນ​ຢ່າງ​ຮ້າຍ​ແຮງຍ້ອນ​ບັນດາ​ປັດ​ໄຈ “​ໄຮ້​ປະຊາທິປະ​ໄຕ”. ທ່ານ​ຮອງ​ເລຂາທິການ​​ໃຫຍ່ພັກ​ເພື່ອ​ໄທ ອຸ​ນຸດ​ຕາ​ມາ ອຸ​ມອນ​ວິວັດ ​ໃຫ້​ຮູ້ວ່າ​ຈຸດປະສົງ​ຂອງ​ວຽກ​ງານ​ນີ້​ແມ່ນ​ເພື່ອ​ແນ​ໃສ່​ແຈ້ງ​ກ່ຽວ​ກັບ​ບັນດາ​ການ​ຜັນ​ແປ​ຢ່າງ​ຕໍ່​ເນື່ອງ ​ແລະ ຜິດ​ກົດໝາຍ​ທີ່​ພວມ​ກີດຂວາງ​ວິວັດທະນາ​ການ​ປະຊາທິປະ​ໄຕ​ຢູ່ ​ໄທ ​ໃນ​ຫຼາຍ​ເດືອນ​ຜ່ານ​ມາ.

        ການ​ປະ​ທະ​ກັນ​ທາງ​ດ້ານ​ການ​ເມືອງ​ຢູ່ ​ໄທ ​ໄດ້​ຍຸຍົງ​ສົ່ງ​ເສີມ​ບັນດາ​ເປົ້າ​ໝາຍ, ທີ່​ເຄີຍ​ຄັດຄ້ານ​ບັນດາ​ຫຼັກການ​ປະຊາທິປະ​ໄຕ ກໍ່​​ໃຫ້​ເກີດຄວາມ​ຂາດ​ສະຖຽນ​ລະ​ພາບ​ຢູ່​ໃນ​ຖະໜົນ​ສາຍ​ຕ່າງໆ​​ໃນ ບັງ​ກອກ, ກໍ່​ຄື​ຂີດ​ຂວາງ ​ແລະ ກໍ່​ຄວາມ​ວຸ່ນວາຍ​ດ້ວຍ​ກຳລັງ​ອາວຸດ​ໃນ​ການ​ເລືອກ​ຕັ້ງ​ເມື່ອ​ວັນ​ທີ 2/2 ​ເຊິ່ງຫວ່າງ​ແລ້ວ​ນີ້ ສານ​ລັດຖະທຳ​ມະນູນ ​ໄທ ​ໄດ້ອອກ​ຄຳ​ຕັດສິນ​ແມ່ນ​ບໍ່​ມີ​ຄຸນ​ຄ່າ​ແຕ່​ຢ່າງ​ໃດ. ​ວັນ​ທີ 25/3, ທ່ານ​ນາງ​ນາຍົກລັດຖະມົນຕີຊົ່ວຄາວ ​ໄທ ຍິ່ງ​ລັກ ຊິນ​ນະ​ວັດ ​ໃຫ້​ຄຳ​ໝັ້ນ​ສັນຍາ​ລັດຖະບານ​ຊົ່ວຄາວ​ຂອງ​ທ່ານ​ນາງ​ຈະ​ບໍ່​ຍອມປະຊາ​ໄຊ​ຕໍ່ບໍ່​ວ່າການ​ກະທຳ​ບໍ່​ມີ​ປະຊາທິປະ​ໄຕ​ໃດໆ ​ແລະ ຈະ​ສືບ​ຕໍ່​ບໍລິຫານ​ປະ​ເທດ​ຊາດ​ຈົນ​ກ່ວາ​ລັດຖະບານ​ໃໝ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຜ່ານ​ການ​ເລືອກ​ຕັ້ງ.

 


ຂ່າວ/ບົດ​ອື່ນ