ພັກປະຊາທິປະໄຕເສລີ ຂອງຍີ່ປຸ່ນຍາດໄດ້ ໄຊຊະນະຂາດຂັ້ນ

ພັກປະຊາທິປະໄຕເສລີ ຂອງຍີ່ປຸ່ນຍາດໄດ້ ໄຊຊະນະຂາດຂັ້ນ - ảnh 1

ທ່ານ Shinzo Abe ອາດ​ຈະ​ແມ່ນນາຍົກລັດຖະມົນຕີຄົນ​ໃໝ່

(ພາບ:m.go.vn)

(VOV)-ຕາມ​ໝາກຜົນ​ການ​ເລືອກ​ຕັ້ງສະພາ​ຕ່ຳ​ຍີ່ປຸ່ນ ຊື່​ງປະກາດ​ໃນ​ຕອນ​ເຊົ້າວັນ​ທີ 19/12,​ ພັກ​ປະຊາທິປະ​ໄຕ​ເສລີ​ຝ່າຍ​ຄ້ານຂອງ​ຍີ່ປຸ່ນ (LDP) ຍາດ​ໄດ້ 294 ທີ່​ນັ່ງ​ໃນ​ຈຳນວນ​ທັງ​ໝົດ 480 ທີ່​ນັ່ງ, ກາຍ​ເປັນ​ພັກກວມ​ອັດຕາ​ສ່ວນ​ຫຼາຍ​ຢູ່​ສະພາ​ຕ່ຳ. ​ໃນ​ຂະນະ​ນັ້ນ, ພັກ​ປະຊາທິປະ​ໄຕ​ກຳ​ອຳນາດ​ຍາດ​ໄດ້​ພຽງ 57 ທີ່​ນັ່ງ​ເທົ່າ​ນັ້ນ. ນີ້​ແມ່ນ​ໝາກຜົນ​ຕ່ຳ​ທີ່ສຸດ​ເມື່ອ​ທຽບ​ກັບ​ຈຳນວນ 308 ທີ່​ນັ່ງ​ຊື່​ງພັກ​ນີ້​ຍາດ​ໄດ້​ໃນ​ການ​ເລືອກ​ຕັ້ງກ່ອນ​ນີ້ 3 ປີ. ທ່ານ​ນາຍົກລັດຖະມົນຕີ Yoshihiko Noda ​ໄດ້​ປະກາດ​ລາ​ອອກ​ຈາກ​ຕຳ​ແໜ່​ງປະທານພັກ​ປະຊາທິປະ​ໄຕ​ກຳ​ອຳນາດ​ພາຍຫຼັງ​ທີ່​ໄດ້​ຮັບ​ໝາກຜົນ​ການ​ເລືອກ​ຕັ້ງຄື​ດັ່ງກ່າວ.

   ຄາດ​ວ່າ, ທ່ານ Shinzo Abe ປະທານພັກ​ປະຊາທິປະ​ໄຕ​ເສລີຈະ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ນາຍົກລັດຖະມົນຕີຄົນ​ໃໝ່​ໃນ​ວາລະ​ປະຊຸມ​ພິ​ເສດ​ຂອງ​ສະພາ​ແຫ່ງ​ຊາດ ຊື່​ງຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 26/12 ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ