ພັກປະຊາທິປະໄຕເສລີຢູ່ ອັງກິດ ເດີນຕາມນະໂຍບາຍ “ຢຸດຕິ Brexit”

(VOVWORLD) - ພັກປະຊາທິປະໄຕເສລີຢູ່ ອັງກິດ ໄດ້ປັບປຸງທັດສະນະລົບລ້າງ Brexit ຂອງຕົນ ເມື່ອຮັບຮອງເອົານະໂຍບາຍຍົກເລີກເລື່ອງຖອນຕົວອອກຈາກສະຫະພາບ ເອີຣົບ (ອີຢູ) ຢ່າງເປັນທາງການ ຖ້າຫາກວ່າ ພັກນີ້ ຍາດໄດ້ໄຊຊະນະໃນການເລືອກຕັ້ງທົ່ວປະເທດໃນອະນາຄົດ.

ພັກປະຊາທິປະໄຕເສລີຢູ່ ອັງກິດ ເດີນຕາມນະໂຍບາຍ “ຢຸດຕິ Brexit” - ảnh 1

ປັດຈຸບັນພັກປະຊາທິປະໄຕເສລີຮັກສາ 18 ທີ່ນັ່ງໃນສະພາແຫ່ງຊາດລວມມີ 650 ທີ່ນັ່ງຂອງ ອັງກິດ ແຕ່ໄດ້ຮັບຖືວ່າແມ່ນ ພັກ “ຢຸດຕິ Brexit” ໜຶ່ງດຽວ. ພັກນີ້ຫວັງວ່າ ດ້ວຍແຜນນະໂຍບາຍຄືດັ່ງກ່າວ ຈະໄດ້ຮັບບັດເລືອກຕັ້ງຈາກຜູ້ມີສິດເລືອກຕັ້ງ 16 ລ້ານຄົນທີ່ສະໜັບສະໜູນເລື່ອງບໍ່ຖອນຕົວອອກຈາກ ອີຢູ ເມື່ອປີ 2016 ແລະ ຍາດໄດ້ທີ່ນັ່ງຢ່າງຄົບຖ້ວນ ເພື່ອສ້າງລັດຖະບານປະຊາທິປະໄຕເສລີ ແບບບໍ່ເຄີຍມີມາກ່ອນໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ