ພັກປະເທດ ລັດເຊຍ ເອກະພາບສ້າງໂຄງການເຄື່ອນໄຫວໃໝ່ ມຸ່ງໄປເຖິງການເລືອກຕັ້ງສະພາຕ່ຳ Duma 2021

(VOVWORLD) - ໃນລະຫວ່າງວັນທີ 22 – 23 ພະຈິກ, ທີ່ນະຄອນຫລວງ ມົດສະກູ, ພັກປະເທດ ລັດເຊຍ ເອກະພາບ ໄດ້ດຳເນີນກອງປະຊຸມໃຫຍ່ຄັ້ງທີ 19 ແລະ ຮັບຮອງເອົາການກະກຽມໂຄງການເຄື່ອນໄຫວໃໝ່ ມຸ່ງໄປເຖິງການເລືອກຕັ້ງສະພາຕ່ຳ Duma ປີ 2021.
ພັກປະເທດ ລັດເຊຍ ເອກະພາບສ້າງໂຄງການເຄື່ອນໄຫວໃໝ່ ມຸ່ງໄປເຖິງການເລືອກຕັ້ງສະພາຕ່ຳ Duma 2021 - ảnh 1 ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ:  AFP/TTXVN)

        ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ເນັ້ນໜັກວ່າ: ພັກປະເທດລັດເຊຍເອກະພາບ ຄວນສຸມໃສ່ຮັບຟັງຄຳເຫັນຂອງປະຊາຊົນກ່ຽວກັບສະພາບການໃນປັດຈຸບັນ ກໍ່ຄືກ່ຽວກັບບັນດາຕົວເລກດັດຊະນີທີ່ກ່ຽວຂ້ອງເຖິງຄຸນນະພາບການດຳລົງຊີວິດຂອງປະຊາຊົນ. ປະຊາຊົນຍາມໃດກໍ່ປາດຖະໜາຢາກໃຫ້ບັນດາພັກການເມືອງ, ພິເສດແມ່ນພັກປະເທດລັດເຊຍເອກະພາບ ຕັ້ງໜ້າເຂົ້າຮ່ວມວຽກງານຂອງຕົນຫລາຍກ່ວາອີກ.

        ສ່ວນທ່ານປະທານພັກປະເທດລັດເຊຍເອກະພາບ Dmitry Medvedev ຢັ້ງຢືນວ່າ ພັກຈະຕັ້ງໜ້າດຶງດູດບັນດາສະມາຊິກໜຸ່ມເຂົ້າຮ່ວມການເຄື່ອນໄຫວດ້ານການເມືອງ ແລະ ສ້າງກາລະໂອກາດໃຫ້ແກ່ເຂົາເຈົ້າໃນວຽກງານຕ່າງໆຂອງພັກ. ຄະນະການນຳພັກຈະສືບຕໍ່ຈັດຕັ້ງບັນດາການຄັດເລືອກ ແລະ ໜູນຊ່ວຍບັນດາໂຄງການດີເດັ່ນໃນບັນດາຂົງເຂດຄື: ສາທາລະນະສຸກ, ກິລາ ແລະ ບັນດາຂົງເຂດອື່ນໆທີ່ກ່ຽວຂ້ອງເຖິງປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ