ພັກສັງຄົມຮັບໄຊຊະນະ ໃນການເລືອກຕັ້ງ ປະທານາທິບໍດີ ຝຣັ່ງ ຮອບທີ 1

ພັກສັງຄົມຮັບໄຊຊະນະ ໃນການເລືອກຕັ້ງ ປະທານາທິບໍດີ ຝຣັ່ງ ຮອບທີ 1 - ảnh 1
(ພາບ:viet.rfi.fr)

( vovworld ) –  ຕາມ​ໝາກຜົນ​ທາງ​ການໂດຍກະຊວງ​ພາຍ​ໃນ​ຝຣັ່ງ ປະກາດ​ນັ້ນ, ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ Francois Hollande ຂອງ​ພັກ​ສັງຄົມ​ຍາດ​ໄດ້ 28,2% ຈຳນວນ​ບັດ​ສະໜັບສະໜູນ ​ໃນ​ຂະ​ນະ​ທີ່ ປະທາ​ນາທີ​ບໍດີ ຝຣັ່ງ ຄົນ​ປະຈຸ​ບັນ Nicolas Sarkozy ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງຂອງ​ພັກ​ຝ່າຍ​ຂວາ​ກຳ​ອຳນາດ​ພັນທະ​ມິດ​ເພື່ອ​ຂະ​ບວນການ​ປະຊາຊົນ (UMP) ຕາມ​ທິດ​ທາງຮັກສາ​ເດີມ​ໄດ້​ຮັບ 27% ຈຳນວນ​ບັດ​​ເລືອກ​ຕັ້ງ​ໃນ​ຮອບ​ທຳ​ອິດຂອງການ​ເລືອກ​ຕັ້ງ​ປະທານາທິບໍ​ດີ​ ຝຣັ່ງ.  ຈຳນວນ​ບັດ​ສະໜັບສະໜູນທ່ານ​ນາງ Marine Le Pen ການ​ນຳ​ພັກ​ແນວ​ໂຮມ​ຝ່າຍ​ຂວາ​ແຫ່ງ​ຊາດ ​ແລະ ທ່ານ Jean Luc Melenchon ການ​ນຳ​ພັກ​ແນວ​ໂຮມ​ຝ່າຍ​ຊ້າຍ, ທ່ານ Francois Bayrou ຕາມ​ແນວ​ທາງ​ເປັນກາງ ​ແມ່ນ 18,6%; 10,9% ​ແລະ 9,2% ຕາມ​ລຳດັບ. ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ 2 ທ່ານ ມີ​ຈຳນວນ​ບັດ​ສະໜັບສະໜູນ​ສູງ​ກ່ວາ​ໝູ່ ຄື​ທ່ານ ​Francois Hollande ແລະ ທ່ານ Nicolas Sarkozy ຈະ​ກ້າວ​ເຂົ້າສູ່​ການ​ເລືອກ​ຕັ້ງຮອບ​ທີ 2 ຊື່​ງຄາດ​ວ່າ​ຈະ​ດຳ​ເນີນ​ໄປ​ໃນ​ວັນ​ທີ 6/5 ທີ່​ຈະ​ມາ​ເຖິງ.

 

ຂ່າວ/ບົດ​ອື່ນ