ພັດ​ທະ​ນ​າ ສະ​ໜາມ​ບິນທີ່​ເປັນ​​ປະ​ຕູ​ເຂົ້າ​ອອກ​ແຫ່ງ​ຊາດ ແບບ​ຍືນ​ຍົງ

(VOVWORLD) -ພັດທະນາ ສະໜາມບິນທີ່ເປັນປະຕູເຂົ້າອອກແຫ່ງຊາດ ແບບຍືນຍົງນີ້ແມ່ນຫົວຂໍ້ກອງປະຊຸມສຳມະນາເຊິ່ງໄດ້ດຳເນີນໃນວັນທີ 19 ຕຸລາ ຢູ່ ຮ່າໂນ້ຍໂດຍສະຖາບັນຄົ້ນຄ້ວາວາງແຜນ ແລະ ພັດທະນາ (PDI), ເຊິ່ງເປັນໜ່ວຍງານຂຶ້ນກັບສະຫະສະມາຄົມ ຫວຽດນາມ, ຈັດຕັ້ງຂຶ້ນ.
ພັດ​ທະ​ນ​າ ສະ​ໜາມ​ບິນທີ່​ເປັນ​​ປະ​ຕູ​ເຂົ້າ​ອອກ​ແຫ່ງ​ຊາດ ແບບ​ຍືນ​ຍົງ - ảnh 1ກອງປະຊຸມສຳມະນາພັດທະນາ ສະໜາມບິນທີ່ເປັນປະຕູເຂົ້າອອກແຫ່ງຊາດ ແບບຍືນຍົງພັດທະນາສະໜາມບິນລອງແທັງ 

ເຫດການດຳເນີນໃນສະພາບທີ່ໂຄງການທ່າອາກາດສະຍາມ ລອງແທັງ (ສະໜາມບິນສາກົນ ລອງແທັງ) ພວມດຶງດູດຄວາມສົນໃຈຂອງທົ່ວສັງຄົມ.

        ຕາມແຜນການສັງລວມ, ສະໜາມບິນລອງແທັງ ໄດ້ກໍ່ສ້າງບົນພື້ນຖານເຕັກໂນໂລຢີ 4.0 ແລະ ແມ່ນສະໜາມບິນທີ່ມີລະດັບ 4F - ລະດັບສູງທີ່ສຸດຕາມມາດຕະຖານຂອງ ອົງການການບິນພົນລະເຮືອນສາກົນ. ຖ້າຫາກວ່າ ແຜນນະໂຍບາຍນີ້ໄດ້ຮັບການຮັບຮອງຈາກສະພາແຫ່ງຊາດ, ບໍລິສັດໃຫຍ່ທ່າອາກາດສະຍາມ ຫວຽດນາມຈະໄດ້ເລີ່ມລົງມືກໍ່ສ້າງສະໜາມບິນລອງແທັງໃນຕົ້ນປີ 2021.

        ກອງປະຊຸມໄດ້ຊ່ວຍໃຫ້ບັນດາອົງການວາງແຜນນະໂຍບາຍຍົກອອກບັນດາການຕັດສິນທີ່ເໝາະສົມກ່ຽວກັບເລື່ອງວາງແຜນກໍ່ຄືບັນດານະໂຍບາຍລົງທຶນພັດທະນາບັນດາສະໜາມບິນ, ປະກອບສ່ວນເຂົ້າໃນການພັດທະນາ, ສັງຄົມປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ