ພັດທະນາການທ່ອງທ່ຽວຢ່າງໝັ້ນຄົງຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ


ພັດທະນາການທ່ອງທ່ຽວຢ່າງໝັ້ນຄົງຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ - ảnh 1
ທ່ານ ຫງວຽນ​ວັນ​ຕ໋ວນ, ຫົວໜ້າ​ກົມ​ໃຫຍ່​ທ່ອງ​ທ່ຽວ
ກ່າວ​ຄຳ​ເຫັ​ນ​ທີ່ກອງ​ປະ​ຊ​ຸມ
(ພາບ: vietnamtourism.com)

(vovworld) - ກອງ​ປະຊຸມ​ປະຈຳ​ປີ​ກ່ຽວ​ກັບ “ປະຕິບັດ​ການທ່ອງທ່ຽວ​ຢ່າງ​ມີ​ຄວາມ​ຮັບຜິດຊອບ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ​ຢູ່ ຫວຽດນາມ“ ດຳ​ເນີນ​ໄປ​ໃນ​ວັນ​ທີ 7/10 ຢູ່ ຮ່າ​ໂນ້ຍ. ​ເຫດການ​ໂດຍ​ໂຄງການ​ພັດທະນາ​ກຳລັງ​ຄວາມ​ສາມາດ​ທ່ອງ​ທ່ຽວ​ທີ່​ມີ​ຄວາມ​ຮັບຜິດຊອບ​ຕໍ່​ສິ່ງ​ແວດ​ລ້ອມ ​ແລະ ສັງຄົມ ​ໂດຍ​ສະຫະພາບ​ເອີ​ລົບ​ອຸປະຖຳຈັດ​ຕັ້ງ.

ກ່າວຄວາມ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ ຫງວຽນ​ວັນ​ຕ໋ວນ, ຫົວໜ້າ​ກົມ​ໃຫຍ່​ທ່ອງ​ທ່ຽວ (ກະຊວງ ວັດທະນະທຳ, ກິລາ ​ແລະ ການທ່ອງທ່ຽວ) ຖື​ວ່າ: ທ່ອງ​ທ່ຽວ​ແບບ​ຍືນ​ຍົງທັງ​ເປັນ​ຈຸດໝາຍ, ທັງ​ເປັນ​ມາດ​ຕະການ​ແກ້​ໄຂ ​ເພື່ອ​ຊຸກຍູ້​ການທ່ອງທ່ຽວ​ພັດທະນາ. ການທ່ອງທ່ຽວ​ພັດທະນາ​ມີ​ຄວາມ​ໝາຍ​ດຽວ​ກັບ​ເລື່ອງ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ສັງຄົມ​ຕື່ມ​ອີກ, ຫຼຸດຜ່ອນ​ສະພາບ​ອຶດ​ຫີ​ວທຸ​ກຍາ​ກຢູ່​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ.

​ໂຄງການ​ພັດທະນາ​ກຳລັງ​ຄວາມ​ສາມາດ​ທ່ອງ​ທ່ຽວ​ມີ​ຄວາມ​ຮັບຜິດຊອບ​ຕໍ່​ສິ່ງ​ແວດ​ລ້ອມ ​ແລະ ສັງຄົມ ​ໄດ້​ສ້າງ​ເປັນ​ພື້ນຖານ​ສຳຄັນ​ທີ່​ສຸດ, ນັງທັງ​ດ້ານ​ຄວາມ​ຮູ້, ທິດ​ສະ​ດີ ​ແລະ ບົດຮຽນ​ພຶດຕິ​ກຳ​ຕົວ​ຈິງ ​ເພື່ອ​ໃຫ້​ພວກ​ເຮົາ​ກະກຽມ​ໃຫ້​ໄລຍະ​ພັດທະນາ​ການທ່ອງທ່ຽວ​ຫວຽດນາມ​ຢ່າງ​ໄວ. ປະຈຸ​ບັນ, ການ​ພັດທະນາ​ການທ່ອງທ່ຽວ​ແບບ​ຍືນ​ຍົງ, ທ່ອງ​ທ່ຽວ​ມີ​ຄວາມ​ຮັບຜິດຊອບ​ຕໍ່​ສິ່ງ​ແວດ​ລ້ອມ ​ແລະ ສັງຄົມທັງ​ເປັນ​ຈຸດໝາຍ ​ແລະ ມາດ​ຕະການ​ສຳຄັນ​ທີ່​ສຸດ ​ເພື່ອ​ໃຫ້ການ​ທ່ອງ​ທ່ຽວ​ສາມາດ​ພັດ​ທະ​ນາ​ບຸກທະລຸ, ​ແຕ່​ຍັງ​ຄົງ​ຮັບປະກັນ​ລັກສະນະ​ໝັ້ນຄົງ​ໄດ້ “.

 

ຂ່າວ/ບົດ​ອື່ນ