ພັດທະນາຕະຫຼາດແຫຼ່ງທຶນໃຫ້ວິສາຫະກິດເລີ່ມດຳເນີນທຸລະກິດໃໝ່

ພັດທະນາຕະຫຼາດແຫຼ່ງທຶນໃຫ້ວິສາຫະກິດເລີ່ມດຳເນີນທຸລະກິດໃໝ່ - ảnh 1
ທ່ານ ເວືອງ​ດິ່ງ​ເ​ຫ້ວ ກ່າວ​ຄວາມ​ເຫັນ​ນະ​ທີ່ນີ້
(ພາບ: petrotimes)

(vovworld)- ໃນ​ຕອນ​ເຊົ້າ​ ວັນ​ທີ 7/6, ຢູ່​ນະ​ຄອນ​ໂຮ່​ຈີ​ມິນ, ໄດ້​ດຳ​ເນ​ີນກອງ​ປະ​ຊຸມ​ສຳ​ມະ​ນາ ພັດ​ທະ​ນາ​​ຕະຫຼາດ​ແຫຼ່ງທຶນ ​ໃຫ້​ວິ​ສາ​ຫະ​ກິດ​ເລີ່ມດຳເນີນ​ທຸ​ລະ​ກິດ​ໃໝ່. ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ນອກ​ຈາກ​ການ​ແບ່ງ​ປັນ​ບົດ​ຮຽ​ນ ໃນ​ການ​ລະ​ດົມແຫຼ່ງ​ທຶນ​ລົງ​ທຶນ ໃຫ້​ວິ​ສາ​ກະ​ກິດ​ເລີ່ມດຳ​ເນີນ​ທຸ​ກິດ​ໃໝ່ ຢູ່​ບັນ​ດາ​ປະ​ເທດ ຄື: ອາ​ເມ​ລິ​ກາ, ສ​ ເກົາຫຼີ, ອິດ​ສະ​ລາ​ແອນ, ສິງ​ກະ​ໂປ… ບັນ​ດາ​ຜູ້​ແທນ ສະ​ເໜີ​ ລັດ​ຖະ​ບານ ຄວນ​ມີ​ກອບ​ກົດ​ໝາຍ​ທີ່​ສະ​ດວກ ໃຫ້​ບັນ​ດາ​ນັກ​ລົງ​ທຶນ ແຫຼ່ງ​ທຶນ​ເຂົ້າ​ບັນ​ດາ​ ກອງ​ທຶນ​ລົງ​ທຶນຄວາມ​ສ່ຽງ​ (Venture Capital) ໃຫ້​ວິ​ສາ​ຫະ​ກິດ​ດຳ​​ເລີ່ມເນີນ​ທຸ​ລະ​ກິດ​ໃໝ່. ຈາກ​ປະ​ສົບ​ການ​ ຂອງຫຼາຍ​ປະ​ເທດ​ສະ​ແດງ​ໃຫ້​ເຫັນ, ຫວຽດ​ນາມ​ສາ​ມາດ​ລະ​ດົມ​ແຫຼ່ງ​ທຶນ ຈາກ​ບັນ​ດາ​ສະ​ຖານ​ທີ່​ຕິດ​ຕໍ່​ຄ້າ​ຂາຍຫຼັກ​ຊັບ. ​ຄຽງ​ຄູ່ກັນ​ນັ້ນ, ລັດ​ຖະ​ບານ​ຫວຽດ​ນາມ​ ຕ້ອງ​ມີ​ແຫຼ່ງ​ທຶນ ໃຫ້​ກອງ​ທຶນ​ລົງ​ທຶນ​ຄວາມ​ສ່ຽງ​(Venture Capital). ກ່າວ​ຄວາມ​ເຫັນ​ນະ​ທີ່ນີ້, ທ່ານ ເວືອງ​ດິ່ງ​ເ​ຫ້ວ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ຮູ້​ວ່າ:  ຫວຽດ​ນາມ​ສູ້​ຊົນ​ຮອດ ​ປີ 2020 ມີ ວິ​ສ​າ​ຫະ​ກິດ 1 ລ້ານແຫ່ງ. ເພື່ອ​ບັນ​ລຸ​​ຄາດ​ໝາຍນີ້, ການ​ພັດ​ທະ​ນາ​ວິ​ສາ​ຫະ​ກິດເລີ່ມ​ດຳ​ເນີນ​ທຸ​ລະ​ກິດ​ໃໝ່ ໄດ້​ຖື​ເປັນ​ວິ​ທີ​ທີ່​ມີ​ປະ​ສິດ​ທິ​ຜົນ.

        ລັດ​ຖະ​ບານ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ ເພື່ອ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ. ລັດ​ຖະ​ບານ​ ພວມ​ຄົ້ນ​ຄ້​ວາ ກອບນິ​ຕິ​ກຳ ເພື່ອ​ຮີບ​ຮ້ອນ​ສ້າງ​ແຫຼ່ງ​ທຶນ​ຢ່າງວ່ອງ​ໄວ, ເພື່ອ​ນຳ​ການ​ດຳເນີນ​ທຸ​ລ​ະ​ກິດ​ກາຍ​ເປັນ​​ແທ້ຈິງ.

ຂ່າວ/ບົດ​ອື່ນ