ພັດ​ທະ​ນາ​ຢາ​ສະ​ໝູນ​ໄພ​ຕິດ​ພັນ​ກັບ​ການ​ທ່ອງ​ທ່ອງ​ທຳ​ມະ​ຊາດ

(VOVWORLD) - ພັດທະນາຢາສະໝູນໄພ ກາຍເປັນຂະແໜງເສດຖະກິດເຕັກນິກພາຍໃນປະເທດ ແມ່ນທິດເດີນໂດຍຫຼາຍກະຊວງ ຂະແໜງການ, ທ້ອງຖິ່ນໄດ້ມີຄວາມສົນໃຈ.
ພັດ​ທະ​ນາ​ຢາ​ສະ​ໝູນ​ໄພ​ຕິດ​ພັນ​ກັບ​ການ​ທ່ອງ​ທ່ອງ​ທຳ​ມະ​ຊາດ - ảnh 1

 (ພາບ: VOV)

   “ພັດທະນາຢາສະໝູນໄພຕິດພັນກັບການທ່ອງທ່ອງທຳມະຊາດ” ແມ່ນຫົວເລື່ອງເວທີປາໄສສົ່ງເສິມກະສິກຳ ແລະ ກະສິກຳ ໂດຍສູນສົ່ງເສີມກະສິກຳແຫ່ງຊາດຈັດຂຶ້ນໃນວັນທີ 7 ກໍລະກົດ ຢູ່ແຂວງ ລາຍເຈົາ.

   ທີ່ກອງປະຊຸມ, ບັນດາຜູ້ແທນຖືວ່າ, ພັດທະນາຢາສະໝູນໄພ ກາຍເປັນຂະແໜງເສດຖະກິດເຕັກນິກພາຍໃນປະເທດ ແມ່ນທິດເດີນໂດຍຫຼາຍກະຊວງ ຂະແໜງການ, ທ້ອງຖິ່ນໄດ້ມີຄວາມສົນໃຈ. ນອກຈາກເພື່ອປິ່ນປົວພະຍາດແລ້ວ, ຢາສະໝູນໄພຊະນິດຕ່າງໆຍັງໄດ້ຖືກຜະລິດເປັນອາຫານບຳລຸງ, ເຄື່ອງດື່ມ, ເຄື່ອງສຳອາງອີກດ້ວຍ…. ທ່ານເລກວັກແທງ ຜູ້ອຳນວຍການສູນສົ່ງເສີມກະສິກຳແຫ່ງຊາດ-ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຢືນຢັນວ່າ ການພັດທະນາຢາສະໝູນໄພພວມແມ່ນທ່າແຮງ ໃນການຫັນປ່ຽນຜົນລະປູກທີ່ມີຄຸນຄ່າເສດຖະກິດສູງຢູ່ຫຼາຍແຂວງເຂດພູດອຍຂອງ ຫວຽດນາມ. ເພື່ອຍົກສູງຄຸນນະພາບ, ຄຸນຄ່າເຄື່ອງໝາຍການຄ້າ, ຄຸນຄ່າຜະລິດຕະພັນກໍ່ຄືສົ້ນອອກໃຫ້ແກ່ຢາສະໝູນໄພ ຫວຽດນາມ, ຮຽກຮ້ອງຕ້ອງມີນະວັດຕະກຳ ເພື່ອພັດທະນາລະບົບຄຸນຄ່າຢາສະໝູນໄພ ຕິດພັນກັບການທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ