ພັດທະນາສາທາລະນະສຸກຂັ້ນຮາກຖານຮັບໃຊ້ຄວາມຕ້ອງການກວດ,ປິ່ນປົວພະຍາດຂອງປະຊາຊົນຢູ່ເຂດໄຕບັກ

ພັດທະນາສາທາລະນະສຸກຂັ້ນຮາກຖານຮັບໃຊ້ຄວາມຕ້ອງການກວດ,ປິ່ນປົວພະຍາດຂອງປະຊາຊົນຢູ່ເຂດໄຕບັກ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກ
ກ່າວ​ຄຳ​ເຫັນ​ທີ່​ພິ​ທີ
ພາບ:vov

 (vovworld)-​ ​ ​ຕອນ​ເຊົ້າ​ວັນ​ທີ 5/11, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ສົມ​ທົບ​ກັບຄະ​ນະ​ຊີ້​ນຳ​ເຂດ​ໄຕ​ບັກ(ໝາຍ​ເຖິງ​ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເຫນືອ​ຫວຽດ​ນາມ) ແລະ ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ບັກ​ກ້ານ ໄດ້​ຈັດ​ຕັ້ງ​ພິ​ທີ​ເລີ່ມ​ລົງ​ມືກໍ່​ສ້າງ​ສຸກ​ສາ​ລາ ຕາ​ແສງ ກາວ​ກີ, ເມືອງ ເຈີ້​ເມີຍ ແຂວງ ບັກ​ກ້ານ. ນີ້​ແມ່ນ​ຫນຶ່ງ​ໃນ​ຈຳ​ນ​ວ​ນ​ສ​ຸກ​ສາ​ລາ 89 ແຫ່ງ ຢູ່​ບັນ​ດາ​ຕາ​ແສງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເປັນ​ພິ​ເສດ​ທີ່​ຫາກໍ່​ໄດ້​ຮັບ​ການກໍ່​ສ້າງ​ໃຫມ່. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກ, ຫ​ົວ​ຫນ້າ​ຄະ​ນະ​ຊີ້​ນຳ​ເຂດ​ໄຕ​ບັກ ຢືນ​ຢັນ: ປັບ​ປຸງ ແລະ ພັດ​ທະ​ນາ​ລະ​ບົບ​ສາ​ທາ​ລ​ະ​ນະ​ສຸ​ກ​ຂັ້ນ​ຮາກ​ຖານ, ໃນ​ນັ້ນ ມີ​ສາ​ທາ​ລະ​ນະ​ສຸກ​ເມືອງ, ສຸກ​ສາ​ລາ​ຕາ​ແສງ ແລະ ບ້ານ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ນະ​ໂຍ​ບາຍ​ທີ່​ພັກ, ສະ​ພາ​ແຫ່ງ​ຊາດ ແລະ ລັດ​ຖະ​ບານ ສືບ​ຕໍ່​ບຸ​ລິ​ມະ​ສິດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກ ສະ​ເຫນີ​ວ່າ:

        “ພ້ອມ​ກັບ​ຂະ​ແຫນງ​ສາ​ທາ​ລະ​ນະ​ສ​ຸກ, ບັນ​ດາ​ທ້ອງ​ຖິ່ນ​ສືບ​ຕໍ່​ເປັນ​ເຈົ້າ​ການກວ່າ​ໃນ​ການ​ເບິ່ງ​ແຍງ​ສຸ​ຂະ​ພາບ​ໃຫ້​ແກ່​ປ​ະ​ຊາ​ຊົນ, ພິ​ເສດ​ແມ່ນ ບັນ​ດາ​ອຸ​ປະ​ກອນ​ການ​ແພດ​ທີ່​ຈຳ​ເປັນ​ຢູ່​ບັນ​ດາ​ສຸກ​ສາ​ລາ. ສືບ​ຕໍ່​ສົມ​ທົບ​ກັບກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ ເພື່ອ​ສົ່ງ​ພະ​ນັກ​ງານ​ການ​ແພດ ຜັດ​ປ່ຽນ​ກັນ​ລົງ​ຂັ້ນ​ຮາກ​ຖານ ເພື່ອ​ກວດ ແລະ ປິ່ນ​ປົວ​ໃຫ້​ແກ່​ປະ​ຊາ​ຊົນ.”

 

ຂ່າວ/ບົດ​ອື່ນ