ພິທີ ຢ້າມາທູ໊ ແມ່ນມໍລະດົກວັດທະນະທໍາບໍ່ເປັນວັດຖຸລະດັບຊາດ

(VOVWORLD) -ພິທີ ຢ້າມາທູ໊ ຂອງຊາວເຜົ່າຮ່າຍີ່ ໄດ້ຈົດເຂົ້າໃນບັນຊີລາຍຊື່ ມໍລະດົກວັດທະນະທໍາບໍ່ເປັນວັດຖຸລະດັບຊາດນັ້ນ ເປັນມໍລະດົກໃໝ່ໃນດິນແດນດ້ຽນບຽນ, ຍົກຈໍານວນມໍລະດົກວັດທະນະທໍາລະດັບຊາດຂອງແຂວງ ດ້ຽນບຽນ ຂຶ້ນເປັນ 8 ມໍລະດົກ

        ວັນທີ 13 ມິຖຸນາ, ຢູ່ບ້ານ ອາປາຈ໋າຍ, ຕາແສັງ ສິ໊ນເທົ່າ, ເມືອງ ເມື່ອງແຍ໊, ແຂວງດ້ຽນບຽນ ຂອງຫວຽດນາມ ຄະນະກໍາມະການປະຊາຊົນ ເມືອງ ເມື່ອງແຍ໊ ໄດ້ຈັດຕັ້ງພິທີປະກາດ ແລະ ມອບໃບຢັ້ງຢືນຮັບຮອງເອົາ ພິທີ ຢ້າມາທູ໊ (ພິທີ ບູຊາບ້ານ) ຂອງວົງຄະນະຍາດຊາວເຜົ່າ ຮ່າຍີ່ ທີ່ພວມດໍາລົງຊີວິດຢູ່ 4 ຕາແສງຢູ່ສຸດຂົ້ວທາງຕາເວັກຕົກຂອງປະເທດຊາດຄື ສິ໊ນເທົ່າ, ຈູງຈ໊າຍ, ແຊນເທື້ອງ, ແລງຊູສິ່ນ ເປັນມໍລະດົກວັດທະນະທໍາບໍ່ເປັນວັດຖຸລະດັບຊາດ.

        ກ່າວຄໍາເຫັນທີ່ພິທີ, ທ່ານ ດ່າວງອັກເລື້ອງ, ຮອງຫົວໜ້າພະແນກວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ແຂວງດ້ຽນບຽນ ໃຫ້ຮູ້ວ່າ: ພິທີ ຢ້າມາທູ໊ ຂອງຊາວເຜົ່າຮ່າຍີ່ ໄດ້ຈົດເຂົ້າໃນບັນຊີລາຍຊື່ ມໍລະດົກວັດທະນະທໍາບໍ່ເປັນວັດຖຸລະດັບຊາດນັ້ນ ເປັນມໍລະດົກໃໝ່ໃນດິນແດນດ້ຽນບຽນ, ຍົກຈໍານວນມໍລະດົກວັດທະນະທໍາລະດັບຊາດຂອງແຂວງ ດ້ຽນບຽນ ຂຶ້ນເປັນ 8 ມໍລະດົກ. ພິທີ ຢ້າມາທູ໊ ແມ່ນຮີດຄອງປະເພນີທາງສັງຄົມ ແລະ ການເຫຼື້ອມໃສປະເພດໜຶ່ງຂອງຊາວເຜົ່າ ຮ່າຍີ່ ທີ່ໄດ້ເພີ່ມພູນຄູນສ້າງ, ຝຶກຝົນຫຼໍ່ຫຼອມ, ປະດິດຄິດສ້າງ ປົກປັກຮັກສາ ແລະ ສືບທອດກັນມາຫຼາຍລຸ້ນຄົນ. ພິທີຢ້າມາທູ໊ ບໍ່ພຽງແຕ່ສ່ອງແສງໃຫ້ເຫັນຊີວິດວັດທະນະທໍາທາງດ້ານຈິດໃຈເທົ່ານັ້ນ ຫາກຍັງແມ່ນບ່ອນອະນຸລັກຮັກສາ, ສົ່ງເສີມການພັດທະນາບັນດາຄຸນຄ່າວັດທະນະທໍາວົງຄະນະຍາດ, ຜ່ານນັ້ນ ປະກອບສ່ວນສຶກສາກິກຕິຄຸນມະນຸດ, ມູນເຊື້ອປະຫວັດສາດ ໃຫ້ຄົນລຸ້ນໜຸ່ມ ແລະ ປຸກລຸກຄວາມເອກອ້າງທະນົງໃຈກ່ຽວກັບວັດທະນະທໍາທີ່ເປັນມູນເຊື້ອຂອງຊາວເຜົ່າ ຮ່າຍີ່.


ຕອບກັບ

ຂ່າວ/ບົດ​ອື່ນ