ພິທີຊັກທຸງຊາດຫວຽດນາມໄດ້ຖືກຈັດຂຶ້ນຢ່າງສົມກຽດຢູ່ AIMAG 5

(VOVWORLD) -   ຕອນຄ່ຳວັນທີ 16 ກັນຍາ, ຄະນະຈັດຕັ້ງງານມະຫາກຳກິລາໃນຮົ່ມ ແລະ ມວຍອາຊີ 2017 – AIMAG 5 ໄດ້ຈັດພິທີຊັກທຸງຂອງ 6 ຄະນະນັກກິລາໃນຈຳນວນທັງໝົດ 65 ຄະນະເຂົ້າຮ່ວມ. 
ພິທີຊັກທຸງຊາດຫວຽດນາມໄດ້ຖືກຈັດຂຶ້ນຢ່າງສົມກຽດຢູ່ AIMAG 5 - ảnh 1  ຄະນະນັກກິລາ ຫວຽດນາມ ເຂົ້າຮ່ວມ AIMAG 5 

ທີ່ພິທີຊັກທຸງ, ທຸງຊາດຫວຽດນາມໄດ້ຖືກຊັກຂຶ້ນຢ່າງເປັນທາງການ ອັນໄດ້ເປັນຂີດໝາຍການເຂົ້າຮ່ວມຂອງກິລາຫວຽດນາມທີ່ ງານມະຫາກຳກິລາ. ກ່າວຄຳເຫັນກັບສື່ມວນຊົນກ່ຽວກັບການກະກຽມຂອງຄະນະນັກກິລາຫວຽດນາມ, ທ່ານ ເລແຄ້ງຫາຍ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຕີລາຄາວ່າ :

    “ ພວກເຮົາໄດ້ກະກຽມການເຂົ້າຮ່ວມ ງານມະຫາກຳກິລາດເປັນຢ່າງດີ. ນີ້ແມ່ນຈິດໃຈຮ່ວມຂອງຄະນະນັກກິລາຫວຽດນາມທີ່ບັນດາງານແຂ່ງຂັນ. ສຳລັບບັນດານັກກິລາ, ພວກນ້ອງພາກພູມໃຈທີ່ສຸດ ແລະ ກຽມພ້ອມແຂ່ງຂັນດ້ວຍຄວາມມານະພະຍາຍາມຢ່າງສູງສຸດ ແລະ ສູ້ຊົນບັນລຸຜົນງານທີ່ວາງອອກ ”

ຕອບກັບ

ຂ່າວ/ບົດ​ອື່ນ